leftcenterrightdel
ບັນດາແຂກທີ່ເຊີນເຂົ້າຮ່ວມເຫດການ. ພາບ: vov.vn

ກ່າວຄຳເຫັນນະທີ່ນີ້, ທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝຣັ່ງ, ໄດ້ຮັບຮູ້ການສະໜັບສະໜູນ ແລະການກຽມພ້ອມແບ່ງປັນກັບ ຫວຽດນາມ ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ ແລະຄວາມສາມັກຄີຂອງເພື່ອນມິດຝຣັ່ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ວ່າ: “ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນຝຣັ່ງ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະການຮ່ວມມືຢ່າງສະໜິດແໜ້ນ ຝຣັ່ງ ແລະຫວຽດນາມ ໃນປະຈຸບັນ”. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ປະຊາຊົນສອງປະເທດຈະສືບຕໍ່ມູນເຊື້ອນີ້ໃນໄລຍະຈະມາເຖິງ ເພື່ອບັນທຶກໄວ້ໃນແນວຄິດຈິດໃຈຂອງບັນດາລຸ້ນຄົນໃນອະນາຄົດກ່ຽວກັບນ້ຳໃຈມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ ແລະຝຣັ່ງ.

ກ່ອນໜ້ານັ້ນ, ທີ່ການໂອ້ລົມສົນທະນາໂຕະມົນ ດ້ວຍຫົວຂໍ້ “ປະຫວັດສາດ ແລະຄວາມຊົງຈຳກ່ຽວກັບບັ້ນຮົບດ້ຽນບຽນຝູ”, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 200 ຄົນ. ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ເນັ້ນໜັກວ່າ: “ພວກເພື່ອນໄດ້ນຳບັນດາແງ່ມູມຕ່າງໆ ມາໃຫ້ການໂອ້ລົມສົນທະນາ, ຊ້ຳບໍ່ໜຳແມ່ນກົງກັນຂ້າມ, ແຕ່ລ້ວນແຕ່ໄດ້ແບ່ງປັນຄຸນຄ່າລວມ: ນັ້ນແມ່ນແງ່ຫວັງສັນຕິພາບ, ອະນຸລັກຮັກສາ ແລະປັບປຸງສັນຕິພາບ. ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິວ່າ ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນຝຣັ່ງ ສະຫງວນໃຫ້ປະຊາຊົນຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະການຮ່ວມມືຢ່າງສະໜິດແໜ້ນຝຣັ່ງ ແລະຫວຽດນາມ ໃນປະຈຸບັນ”.

ໂດຍ: ກວຽດເຕິມ