ທີ່ກອງປະຊຸມ, ທ່ານ ຫງວຽນຍິດ່ຽນ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະມາຄົມພະລັງງານປະລະມານູຫວຽດນາມ ຄັ້ງທີ  III ອາຍຸການ 2024 – 2029. ກອງປະຊຸມໃຫຍ່ ຍັງໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 57 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ຮວີ່ງແທັ່ງດາດ ປາດຖະໜາວ່າ, ໃນອາຍຸການທີ່ຈະມາເຖິງ, ສະມາຄົມພະລັງງານປະລະມານູຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງການເຕົ້າໂຮມ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການອອກແຮງງານປະດິດຄິດສ້າງ ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວຄົ້ນຄວ້າ, ຜັນຂະຫຍາຍ  ແລະການນໍາໃຊ້ພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ; ນຳໃຊ້ວິທະຍາສາດ, ເຕັກໂນໂລຊີນິວເຄຼຍ ເພື່ອຮັບໃຊ້ການຜະລິດ ແລະຊີວິດການເປັນຢູ່” ຖືກຕ້ອງຕາມພາລະບົດບາດ ແລະໜ້າທີ່ຂອງສະມາຄົມ.

leftcenterrightdel
ທ່ານ ຮວີ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ທ່ານ ຟານຊວນຢຸງ, ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ສະມາຄົມໄດ້ຕັ້ງໜ້າເຂົ້າຮ່ວມການຮ່ຳຮຽນ, ຊາບຊຶມແຜນນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ເຜີຍແຜ່ໃຫ້ສະມາຊິກ. ສະມາຄົມໄດ້ເອົາໃຈໃສ່, ປັບປຸງ ແລະພັດທະນາການຈັດຕັ້ງຢ່າງບໍ່ຢຸດຢັ້ງ; ຍູ້ແຮງການຮ່ວມມືກັບບັນດາອົງການຄົ້ນຄວ້າ, ບຳລຸງສ້າງ ແລະນຳໃຊ້ພະລັງງານປະລະມານູຢູ່ພາຍໃນ ແລະຕ່າງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ອາຍຸການ 2024-2029, ສະມາຄົມພະລັງງານປະລະມານູຫວຽດນາມ ຈະຍູ້ແຮງການໃຫ້ຄຳປຶກສາ ແລະຕີລາຄາໃຫ້ບັນດາຫົວໜ່ວຍນຳໃຊ້ພະລັງງານປະລະມານູໃນບັນດາຂົງເຂດອຸດສາຫະກຳ, ກະສິກຳ, ສາທາລະນະສຸກ ແລະຊັບພະຍາກອນສິ່ງແວດລ້ອມ. ສະມາຄົມໄດ້ຕັ້ງໜ້າສົມທົບກັບບັນດາຫົວໜ່ວຍລົງເລິກຂະແໜງຍູ້ແຮງການບຳລຸງສ້າງພະນັກງານ, ກະກຽມຖັນແຖວຜູ້ຊ່ຽວຊານ, ແຫຼ່ງຊັບພະຍາກອນມະນຸດທີ່ດີເພື່ອສາມາດໃຫ້ຄຳປຶກສາແກ່ລັດເມື່ອໂຄງການໄຟຟ້ານິວເຄຼຍໄດ້ກັບມາເຄື່ອນໄຫວຄືນໃໝ່. ສະມາຄົມສືບຕໍ່ຍູ້ແຮງການຮ່ວມມືກັບບັນດາອົງການຄົ້ນຄວ້າ, ນຳໃຊ້ ແລະບຳລຸງສ້າງກ່ຽວກັບພະລັງງານປະລະມານູ.

ໂດຍ: ດັ້ງເກື່ອງ