ຕາມບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ໃນເດືອນ ເມສາ 2024 ໄດ້ປະກາດເມື່ອວັນທີ 11 ເມສາ, ທະນາຄານພັດທະນາອາຊີ (ADB) ໄດ້ຮັກສາການຄາດຄະເນກ່ອນໜ້ານັ້ນກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີນີ້ບໍ່ຫົວຊາຕໍ່ການຂາດສະຖຽນລະພາບທີ່ແກ່ຍາວຈາກສະພາບແວດລ້ອມພາຍນອກ.

leftcenterrightdel
ພາບປະກອບຄັດຈາກ: tapchicongthuong.vn

ເສດຖະກິດຫວຽດນາມ ຕັ້ງຄວາມຫວັງບັນລຸລະດັບເຕີບໂຕ 6,0% ໃນປີ 2024 ແລະ 6,2% ໃນປີ 2025. ADB ໃຫ້ສັງເກດວ່າ: ຄວາມຕ້ອງການທົ່ວໂລກຫຼຸດລົງ ແລະອັດຕາດອກເບ້ຍສາກົນສູງຂຶ້ນໄດ້ສົ່ງຜົນສະທ້ອນເຖິງການເຕີບໂຕຂອງຫວຽດນາມ ໃນປີ 2023. ເຖິງຢ່າງໃດກໍ່ຕາມ, ການຫັນປ່ຽນທິດໄປເປັນນະໂຍບາຍການເງິນໜູນຊ່ວຍການເຕີບໂຕ ແລະການລົງທຶນສາທາລະນະຂະໜາດໃຫຍ່ຢ່າງວ່ອງໄວແມ່ນໜຶ່ງໃນບັນດາມາດຕະການແກ່ນສານທີ່ໄດ້ຮັບການປະຕິບັດເພື່ອຮັກສາການຟື້ນຟູການເຕີບໂຕໃນປີ 2023. ການຟື້ນຕົວຂ້ອນຂ້າງຮອບດ້ານໃນຂະແໜງອຸດສາຫະກຳປຸງແຕ່ງສົ່ງອອກ, ການບໍລິການ ແລະການເຄື່ອນໄຫວຢ່າງໝັ້ນຄົງຂອງຂະແໜງອຸດສາຫະກໍາໄດ້ຕັ້ງຄວາມຫວັງໄວ້ວ່າຈະໜູນຊ່ວຍໃຫ້ທ່າຟື້ນຕົວຄືນໃໝ່ຂອງຫວຽດນາມ.

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI)  ແລະເງິນຕາທີ່ສົ່ງກັບປະເທດຢ່າງຕັ້ງໜ້າ, ເກີນດຸນການຄ້າໄດ້ຮັບການຮັກສາ, ການຊົມໃຊ້ພາຍໃນປະເທດຟື້ນຕົວ, ກະຕຸກຊຸກຍູ້ປີການເງິນໄດ້ສືບຕໍ່ດຳເນີນດ້ວຍໂຄງການລົງທຶນສາທາລະນະ ຖືວ່າເປັນກຸນແຈ ເພື່ອຊຸກຍູ້ການເຕີບໂຕໃນປີ 2024.

ໂດຍ: ທະນາພອນ