ຄາດວ່າໃນໄລຍະຈະມາເຖິງ, ຄະນະກວດກາຂອງກຳມະການສະຫະພາບເອີລົບ (EC) ຈະມາຫວຽດນາມ ເພື່ອດຳເນີນການກວດກາ ຄັ້ງທີ 5 ກ່ຽວກັບການປະຕິບັດຂໍ້ກຳນົດໃນການຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ມີການລາຍງານ ແລະບໍ່ໄປຕາມຂໍ້ກຳນົດ (IUU).

ການກວດກາຄັ້ງທີ 5 ໄດ້ຮັບຖືວ່າແມ່ນຈຸດເວລາຕັດສິນຂອງຫວຽດນາມ ເພື່ອຍົກເລີກ "ບັດເຫຼືອງ" ກ່ຽວກັບສິນໃນນໍ້າ. ສະນັ້ນ, ໃນໄລຍະຜ່ານມາ, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ປະຕິບັດຫຼາຍວິທີແກ້ໄຂເພື່ອສ້າງການຫັນປ່ຽນຢ່າງແທດຈິງໃນການຕ້ານ IUU ດ້ວຍເປົ້າໝາຍຍົກເລີກ “ບັດເຫຼືອງ” ພາຍຫຼັງການກວດກາຄັ້ງນີ້.

leftcenterrightdel
ຫວຽດນາມ ພວມມານະພະຍາຍາມພັດທະນາຂະແໜງປູກລ້ຽງ ແລະຂຸດຄົ້ນສິນທະເລແບບຍືນຍົງ. ພາບ: Vietnam+

ໃນໄລຍະກວດກາ ຄັ້ງທີ 4 (ຕຸລາ 2023), ຄະນະກວດກາ EC ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຂຸດຄົ້ນ IUU ຂອງຫວຽດນາມ ເມື່ອຂໍ້ສະເໜີແນະໃນການກວດກາຄັ້ງກ່ອນໜ້າໄດ້ຮັບການແກ້ໄຂ, ຫັນປ່ຽນຢ່າງຕັ້ງໜ້າ.

ຜັນຂະຫຍາຍຫຼາຍມາດຕະການ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ

ນັບແຕ່ການກວດກາຄັ້ງທີ 4 ຂອງ EC ກ່ຽວກັບ IUU ມາຮອດປະຈຸບັນ, ທັງໝົດ 28 ແຂວງ, ນະຄອນແຄມທະເລຂອງຫວຽດນາມ ໄດ້ ແລະກໍາລັງຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຂໍ້ສະເໜີແນະຂອງ EC. ຈຸດສຸມແມ່ນຄຸ້ມຄອງກໍາປັ່ນ, ຮັກສາການເຊື່ອມຕໍ່ອຸປະກອນຕິດກວດການເດີນທະເລ (VMS) ເປັນຢ່າງດີ, ການຄຸ້ມຄອງປະລິມານສິນທະເລຜ່ານທ່າກຳປັ່ນເປັນຢ່າງດີ; ປະຕິບັດການ ກວດກາ ແລະສ້າງບັນຊີລາຍຊື່ທ່າເຮືອ ແລະທ່າກໍາປັ່ນ; ຍູ້ແຮງການໂຄສະນາເຜີຍແຜ່ ແລະຝຶກອົບຮົມກ່ຽວກັບຂໍ້ກຳນົດກົດໝາຍຕ້ານການຂຸດຄົ້ນ IUU ໃຫ້ແກ່ປະຊາຄົມຊາວປະມົງ, ໂດຍສະເພາະແມ່ນຍົກສູງຄວາມຮັບຮູ້ຂອງເຈົ້າຂອງກໍາປັ່ນ, ກັບຕັນບໍ່ໃຫ້ລະເມີດການຂຸດຄົ້ນ IUU; ໃຫ້ຊາວປະມົງລົງນາມໃນຄຳໝັ້ນສັນຍາບໍ່ລະເມີດລະບຽບການຫາປາຢູ່ທະເລ... ພ້ອມກັນນັ້ນ, ບັນດາທ້ອງຖິ່ນກໍ່ຍູ້ແຮງການລົງໂທດຕໍ່ການລະເມີດການຂຸດຄົ້ນ IUU.

ຍ້ອນເຫດນັ້ນ, ໃນໄລຍະຜ່ານມາ, ຈຳນວນກຳປັ່ນຫາປາທີ່ລະເມີດການຂຸດຄົ້ນສິນທະເລຢູ່ເຂດທະເລຂອງຕ່າງປະເທດຢູ່ທ້ອງຖິ່ນຈຶ່ງໄດ້ຫຼຸດລົງຫຼາຍພໍສົມຄວນ. ພິເສດ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ກຽນຢາງ, ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີກຳປັ່ນຂົນສົ່ງຂະໜາດໃຫຍ່ໃນທົ່ວປະເທດ, ຍັງບໍ່ທັນກວດພົບເຮືອຫາປາທີ່ລະເມີດກົດໝາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ຊາວປະມົງມີຄວາມຮັບຮູ້ເພີ່ມຂຶ້ນໃນການປະຕິບັດຂໍ້ກຳນົດ IUU. ຊາວປະມົງ ຫງວຽນວັນຢູງ ແລະຟ້າມຕຽນທ້ິງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຕັກເຕືອນ ອ້າຍນ້ອງ ຕ້ອງປະຕິບັດຕາມລະບຽບການຂອງລັດ ຢ່າງເຂັ້ມງວດ ແລະການໂຄສະນາຂອງບັນດາກຳລັງທີ່ກ່ຽວຂ້ອງ, ເມື່ອໄປຫາປາ, ເຮືອຫາປາລຳຕ່າງໆຕ້ອງຮັບປະກັນບໍ່ຫາປາຢູ່ໃກ້ເຂດທະເລຕ່າງປະເທດໂດຍລັດກໍານົດ, ເປີດເຄື່ອງຕິດຕາມກວດກາຕະຫຼອດ 24 ຊົ່ວໂມງ. ໃນເວລາທີ່ໄປຫາປາ, ຖ້າຫາກມີເລື່ອງເກີດຂຶ້ນໃໝ່ຕ້ອງແຈ້ງໃຫ້ອໍານາດການປົກຄອງ, ທ້ອງຖິ່ນຮັບຊາບຢ່າງທັນການ”.

ເມື່ອອອກໄປຫາປາຕ້ອງປະຕິບັດກົດໝາຍຢ່າງຄົບຖ້ວນ, ຖ້າຂຶ້ນທະບຽນ 4 ຄົນກໍ່ຕ້ອງໄປ 4 ຄົນ. ອຸປະກອນຢູ່ເທິງເຮືອຕ້ອງຄົບຖ້ວນ, ເປີດເຄື່ອງຕິດຕາມກວດກາຕະຫຼອດ 24 ຊົ່ວໂມງ, ສົ່ງຂໍ້ຄວາມ 1 ຂໍ້ຄວາມຕໍ່ມື້, ຫ້າມໄປເຂດທະເລຕ່າງປະເທດ ແລະປະຕິບັດຂໍ້ກຳນົດຂອງລັດເປັນຢ່າງດີ."

ຕັດສິນໃຈຍົກເລີກ “ບັດເຫຼືອງ” ພາຍຫຼັງກວດກາຄັ້ງທີ 5

leftcenterrightdel
ຫວຽດນາມ ພວມມານະພະຍາຍາມພັດທະນາຂະແໜງລ້ຽງປູກ ແລະຂຸດຄົ້ນສິນທະເລແບບຍືນຍົງ. ພາບ: Vietnam+

ກ່ອນຈະໄປກວດກາໂດຍກົງ, ຄາດວ່າຜູ້ຕາງໜ້າ EC ຈະເຮັດວຽກທາງອອນລາຍກ່ຽວກັບ IUU ກັບ ຫວຽດນາມ. ເນື້ອໃນການເຮັດວຽກຈະສຸມໃສ່ແກ້ໄຂບັນດາຂໍ້ສະເໜີແນະຂອງ EC ພາຍຫຼັງການກວດກາ ຄັ້ງທີ 4. ທ່ານ ຫງວຽນກວາງຮຸ່ງ, ຫົວໜ້າກົມກວດກາການປະມົງ, ກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ ນອກຈາກການເພີ່ມທະວີການລົງໂທດເຮືອຫາປາທີ່ລະເມີດເຂດທະເລຕ່າງປະເທດ, ຝ່າຍ EC ຍັງມີຄວາມສົນໃຈຫຼາຍກ່ຽວກັບການຄວບຄຸມກໍາປັ່ນເຂົ້າອອກທ່າເຮືອ; ຊອກຫາຕົ້ນກຳເນີດຂອງຜະລິດຕະພັນສິນທະເລທີ່ຂຸດຄົ້ນ... ນີ້ແມ່ນບັນດາໜ້າທີ່ສຳຄັນຕ້ອງໄດ້ຮັບການແກ້ໄຂເພື່ອຮັບປະກັນການປະຕິບັດບັນດາຂໍ້ສະເໜີຂອງ EC, ຍົກເລີກບັດເຫຼືອງສິນທະເລຫວຽດນາມ ໂດຍໄວ: “ກຳລັງປະຕິບັດກົດໝາຍກ່ຽວກັບສິນໃນນ້ຳຈະເພີ່ມທະວີການກວດກາ, ຄວບຄຸມ ແລະແກ້ໄຂການລະເມີດທາງບໍລິຫານຢ່າງສູງສຸດ, ພິເສດແມ່ນຄວບຄຸມເຂດທະເລທີ່ຕິດກັບບັນດາປະເທດໃນພາກພື້ນເພື່ອຕ້ານ ແລະສະກັດກັ້ນ ເຮືອຫາປາລະເມີດເຂດທະເລຕ່າງປະເທດກໍ່ຄືເຮືອຫາປາຕ່າງປະເທດລະເມີດເຂດທະເລຫວຽດນາມ. ການຕັດສິນໃຈໃນເດືອນເມສາ, ຫວຽດນາມ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າເພື່ອຍົກເລີກບັດເຫຼືອງ”.

ໃນຈຸດເວລານີ້, ລັດຖະບານພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະຫົວໜ່ວຍທີ່ກ່ຽວຂ້ອງພວມມານະພະຍາຍາມຢ່າງສຸດຂີດເພື່ອເປີດ “ຄັ້ງສູງສຸດຂອງຈຸດສູງສຸດ”. ທ່ານພົນໂທ ບຸ່ຍກວກອວຍ, ຫົວໜ້າການເມືອງຕໍາຫຼວດທະເລຫວຽດນາມ ໃຫ້ຮູ້ວ່າ: “ບັນດາກຳລັງປະຕິບັດໜ້າທີ່ກໍ່ຄືອຳນາດການປົກຄອງທ້ອງຖິ່ນມີຄວາມຕັດສິນໃຈສູງ. ກ່ຽວກັບການກະທຳລະເມີດຂອງຊາວປະມົງນັ້ນ ທັດສະນະແມ່ນແກ້ໄຂຢ່າງເຂັ້ມງວດ, ຖືກຕາມຄວາມຜິດ, ຖືກຄົນ, ພ້ອມກັນນັ້ນ, ພວກເຮົາຍັງໂຄສະນາ, ອະທິບາຍ, ຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມຂໍ້ກຳນົດໃຫ້ດີກວ່າ. ພາຍຫຼັງແກ້ໄຂແລ້ວ, ພວກຂ້າພະເຈົ້າສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນອອກໄປຫາປາຢູ່ທະເລ”.

ຫວຽດນາມ ວາງອອກເປົ້າໝາຍສູງສຸດໃນການຍົກເລີກ “ບັດເຫຼືອງ” ພາຍຫຼັງການກວດກາຄັ້ງທີ 5 ຈະມາເຖິງ. ບັດເຫຼືອງ IUU ເມື່ອໄດ້ຍົກເລີກແລ້ວຈະປະກອບສ່ວນຍົກສູງຄຸນຄ່າ ແລະກໍາລັງແກ່ງແຍ້ງຂອງສິນທະເລຫວຽດນາມ ຢູ່ຕະຫຼາດສາກົນ.

ໂດຍ: ໄຊນີດາ