ວັນທີ 28 ມີນາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕ້ອນຮັບທ່ານ Marcro della Seta, ເອກອັກຄະລັດຖະທູດ ສ.ອີຕາລີ ປະຈຳ ຫວຽດນາມ ແລະທ່ານນາງ Regina Corradini D’ Airenzo, ຜູ້ອຳນວຍການໃຫຍ່ SIMEST, ອົງການຊຸກຍູ້ການລົງທຶນຕ່າງປະເທດຂອງບັນດາບໍລິສັດ ອີຕາລີ ແລະ ສະໜອງການໜູນຊ່ວຍດ້ານເຕັກນິກ, ການເງິນໃຫ້ແກ່ບັນດາໂຄງການລົງທຶນ.

leftcenterrightdel
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຮຽກຮ້ອງວິສາຫະກິດອີຕາລີ ລົງທຶນເຂົ້າຫວຽດນາມ. ພາບ: moit.gov.vn

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລະ ທ່ານເອກອັກຄະລັດຖະທູດ Marcro della Seta, ພ້ອມກັນແບ່ງປັນທັດສະນະທີ່ວ່າ: ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອີຕາລີ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນໄດ້ພັດທະນາຢ່າງດີງາມ ແຕ່ຍັງຕ້ອງຍູ້ແຮງກວ່າອີກ, ພິເສດພາຍຫຼັງສັນຍາ EVFTA ໄດ້ຮັບການລົງນາມ ແລະ ມີຜົນສັກສິດ, ວົງເງິນການຄ້າ 2 ສົ້ນຂອງ 2 ປະເທດບັນລຸລະດັບເຕີບໂຕທີ່ຕັ້ງໜ້າ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຮຽກຮ້ອງໃຫ້ວິສາຫະກິດ ອີຕາລີ ລົງທຶນເຂົ້າບັນດາຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບສຳຮອງ, ເກີບໜັງຂອງ ຫວຽດນາມ ເຊິ່ງແມ່ນບັນດາຂົງເຂດທີ່ ອີຕາລີ ມີທ່າແຮງດ້ານເຕັກໂນໂລຊີ, ບົດຮຽນເພື່ອນຳໃຊ້ບຸລິມະສິດເຊິ່ງສັນຍາ EVFTA ນຳມາໃຫ້.

ໂດຍ: ກວຽດເຕິມ