ໃນຂອບເຂດກອງປະຊຸມ ຄັ້ງທີ 7 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອັງໂກລາ ທີ່ດຳເນີນແຕ່ວັນທີ 26 – 28 ມີນາ ຢູ່ນະຄອນຫຼວງ Luanda (ອັງໂກລາ), ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ,  ປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ອັງໂກລາ, ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Luisa Damiao ຮອງປະທານພັກຂະບວນການປະຊາຊົນປົດປ່ອຍ - MPLA; ທ່ານ Americo Antonio Cuonoca ຮອງປະທານຜູ້ປະຈຳການສະພາແຫ່ງຊາດ; ທ່ານ Victor Hugo Guilherme ລັດຖະມົນຕີກະຊວງແຜນການ; ທ່ານນາງ Maria do Rosario Braganca ລັດຖະມົນຕີກະຊວງສຶກສາມະຫາວິທະຍາໄລ, ວິທະຍາສາດ ແລະປ່ຽນແປງໃໝ່; ທ່ານນາງ Silvia Lutucuta ລັດຖະມົນຕີກະຊວງສາທາລະນະສຸກ; ຢ້ຽມຢາມ ແລະເຮັດວຽກຢູ່ມະຫາວິທະຍາໄລ Agostinho Neto.

leftcenterrightdel
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານນາງ Luisa Damiao ຮອງປະທານພັກຂະບວນການປະຊາຊົນປົດປ່ອຍ - MPLA. ພາບ: dangcongsan.vn

ທີ່ການພົບປະ ແລະເຮັດວຽກ, ຜູ້ຕາງໜ້າການນຳພັກກຳອຳນາດ, ສະພາແຫ່ງຊາດ ແລະລັດຖະບານອັງໂກລາ ລ້ວນແຕ່ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະແບ່ງປັນບົດຮຽນໃນການຄຸ້ມຄອງການສຶກສາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ... ກ່ຽວກັບການຮ່ວມມືລົງທຶນ, ຝ່າຍ ອັງໂກລາ ໃຫ້ຮູ້ວ່າ ຍາມໃດກໍ່ຍິນດີຕ້ອນຮັບ ແລະໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຫວຽດນາມ ມາຮ່ວມມືລົງທຶນຢູ່ ອັງໂກລາ.

ສ່ວນທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ ການພົວພັນລະຫວ່າງຫວຽດນາມ ແລະອັງໂກລາ ຕ້ອງສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ກະສິກຳ, ການສຶກສາ, ສາທາລະນະສຸກ...; ໃຫ້ຄຳໝັ້ນສັນຍາວ່າ ຈະແຈ້ງໃຫ້ປະຊາຄົມວິສາຫະກິດຫວຽດນາມ ຮັບຮູ້ຢ່າງຄົບຖ້ວນກ່ຽວກັບກາລະໂອກາດລົງທຶນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຢູ່ອັງໂກລາ.

ໂດຍ: ໄຊນີດາ