ເນື່ອງໃນໂອກາດບຸນປີໃໝ່ລາວ, ໃນ 3 ວັນ (ແຕ່ວັນທີ 26-28 ມີນາ), ກອງບັນຊາການທະຫານແຂວງກວ໋າງນາມ ໄດ້ຈັດຕັ້ງການໄປຢ້ຽມຢາມ, ມອບຂອງຂວັນ ແລະແຈກຢາຍຢາໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ ຂຶ້ນກັບເມືອງກະລຶມ, ແຂວງເຊກອງ (ລາວ).

leftcenterrightdel
ກອງບັນຊາການທະຫານແຂວງກວ໋າງນາມ ມອບຂອງຂວັນໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ພາບ: ຫງວຽນແທັງເຟືອກ

ຕາມນັ້ນແລ້ວ, ຄະນະປະຕິບັດງານໄດ້ມອບຂອງຂວັນ 300 ພູດໃຫ້ແກ່ປະຊາຊົນບ້ານຕາວາງ, ບ້ານແກ້ວ, ບ້ານບາເລ, ບ້ານອາຈີງ, ບ້ານປານອນ ແລະບ້ານອາປື, ຂອງຂວັນແຕ່ລະພູດມີມູນຄ່າ 500.000 ດົ່ງ, ລວມມີເຄື່ອງໃຊ້ທີ່ຈຳເປັນ, ຄື: ເຂົ້າສານ, ໝີ່ສຳເລັດຮູບ, ນ້ຳປາ, ເກືອ, ນໍ້າມັນພືດ, ປາແຫ້ງ... ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ ແລະເຕັມໄປດ້ວຍຄວາມອົບອຸ່ນ. ຄຽງຂ້າງນັ້ນ, ຄະນະຍັງໄດ້ມອບຂອງຂວັນ 30 ພູດ ໃຫ້ແກ່ຜູ້ເຖົ້າຜູ້ແກ່, ນາຍບ້ານ, ຮອງນາຍບ້ານ, ຜູ້ທີ່ມີອິດທິພົນໃນວົງຄະນະຍາດຊຸມຊົນ. ນອກຈາກນັ້ນ, ຖັນແຖວແພດໝໍຂອງກອງບັນຊາການທະຫານແຂວງກວ໋າງນາມ ຍັງໄດ້ສົມທົບກັບພະແນກສາທາລະນະສຸກແຂວງກວ໋າງນາມ ຈັດຕັ້ງການກວດພະຍາດ ແລະແຈກຢາຍຢາໃຫ້ແກ່ປະຊາຊົນກວ່າ 800 ຄົນ, ລວມມູນຄ່າການເຄື່ອນໄຫວທັງໝົດແມ່ນ 350 ລ້ານດົ່ງ. 

leftcenterrightdel
ແພດໝໍກວດພະຍາດ ແລະແຈກຢາຍຢາໃຫ້ແກ່ປະຊາຊົນລາວ. ພາບ: ຫງວຽນແທັງເຟືອກ

ຕາມກອງບັນຊາການທະຫານແຂວງກວ໋າງນາມ ແລ້ວ, ການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ກວດພະຍາດ, ແຈກຢາຍຢາໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ ເນື່ອງໃນໂອກາດບຸນປີໃໝ່ລາວ ແມ່ນແນໃສ່ຮັດແໜ້ນສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ເວົ້າລວມ ແລະສອງແຂວງກວ໋າງນາມ-ເຊກອງ ເວົ້າສະເພາະ.

ໂດຍ: ເຈິ່ນຮວ່ຽນ