ໃນ 2 ເດືອນຕົ້ນປີນີ້, ເງິນລົງທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະເງິນປະກອບທຶນ ແລະການຊື້ຫຸ້ນຂອງນັກລົງທຶນຕ່າງປະເທດຢູ່ຫວຽດນາມທັງໝົດ ເພີ່ມຂຶ້ນກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ເມື່ອນັກລົງທຶນມີຄວາມເປັນມິດກັບນະໂຍບາຍແລ້ວ ຈະເສີມຂະຫຍາຍຢ່າງມີປະສິດທິຜົນ, ຮັບປະກັນພື້ນຖານໂຄງລ່າງທີ່ສະດວກຈະຊ່ວຍໃຫ້ຫວຽດນາມ ກາຍເປັນສະຖານທີ່ດຶງດູດວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ຊອກຫາແງ່ຫວັງການເຕີບໂຕແບບຍືນຍົງ, ຍາວນານ.

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ເຂົ້າຫວຽດນາມ ໃນປີນີ້ ແມ່ນເນັ້ນໃສ່ຂົງເຂດເຕັກໂນໂລຊີ, ພະລັງງານທົດແທນ, ສາທາລະນະສຸກ, ການເງິນ, ອະສັງຫາລິມະຊັບ...

leftcenterrightdel
ພາບປະກອບຈາກ: congthuong.vn

ປີ 2024 ຈະເປັນປີທຳລາຍສະຖິຕິກ່ຽວກັບຈຳນວນວິສາຫະກິດອາເມລິກາ ເຂົ້າມາລົງທຶນຢູ່ຫວຽດນາມ

ມີວິສາຫະກິດ 50 ແຫ່ງທີ່ຕາງໜ້າໃຫ້ວິສາຫະກິດລົງທຶນໃນຂົງເຂດເຕັກໂນໂລຢີ, ພະລັງງານ, ການບິນ, ການປ້ອງກັນຊາດ, ກະສິກໍາ, ສະບຽງອາຫານຂອງອາເມລິກາ... ຫາກໍ່ໄດ້ສິ້ນສຸດການໄປສຳຫຼວດຕະຫຼາດເພື່ອຂະຫຍາຍການລົງທຶນຢູ່ຫວຽດນາມ. ນີ້ແມ່ນປີທີ 2 ທີ່ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນວິສາຫະກິດອາເມລິກາ ເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ ແລະຊອກຫາກາລະໂອກາດລົງທຶນ ແລະເປີດກວ້າງຕະຫຼາດ. ນີ້ແມ່ນການເຄື່ອນໄຫວປະຈຳປີໂດຍສະພາທຸລະກິດອາເມລິກາ - ອາຊຽນ (USABC) ຈັດຂຶ້ນ.

ຕາມທ່ານ Ted Osius, ປະທານ ທັງເປັນຜູ້ອໍານວຍການບໍລິຫານຂອງ USABC ແລ້ວ, ຫວຽດນາມ ແລະອາເມລິກາ ມີຄຳໝັ້ນສັນຍານຳກັນຫຼາຍທີ່ສຸດກ່ຽວກັບການເພີ່ມທະວີການພົວພັນດ້ານເສດຖະກິດສອງຝ່າຍພາຍຫຼັງທີ່ສອງປະເທດໄດ້ຍົກລະດັບ ການພົວພັນຂຶ້ນຢ່າງເປັນທາງການໃນປີກາຍນີ້. ສະນັ້ນ, ປີນີ້, USABC ຈະທຳລາຍສະຖິຕິກ່ຽວກັບຈຳນວນວິສາຫະກິດອາເມລິກາ ມາຫວຽດນາມ ເພື່ອຊອກຫາ ແລະຫັນກາລະໂອກາດລົງທຶນ ແລະການຄ້າລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ. ຄະນະຜູ້ແທນວິສາຫະກິດອາເມລິກາ ມາຄັ້ງນີ້ ໄດ້ນຳໃຊ້ວິທີການເຂົ້າເຖິງແບບໂດຍສັງລວມກວ່າ ທັງໃນຂົງເຂດພາກລັດ ແລະພາກເອກະຊົນ, ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດມາລົງທຶນຢູ່ຫວຽດນາມ ເປັນຢ່າງດີທີ່ສຸດ.

ຕາງໜ້າໃຫ້ຂະແໜງທະນາຄານອາເມລິກາ ທີ່ເຂົ້າຮ່ວມໃນຄະນະ, ທ່ານນາງ Reta Jo Lewis ປະທານທະນາຄານສົ່ງອອກ - ນຳເຂົ້າຂອງອາເມລິກາ (EXIM) ຢືນຢັນວ່າ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍການທຳທຸລະກຳດ້ານການເງິນລະຫວ່າງອາເມລິກາ ແລະຫວຽດນາມ. ເນື່ອງໃນໂອກາດນີ້, EXIM ໄດ້ລົງນາມໃນບົດບັນທຶກຊ່ວຍຈຳສະບັບໜຶ່ງ ເຊິ່ງມີມູນຄ່າ 500 ລ້ານໂດລາສະຫະລັດ ກັບຄູ່ຮ່ວມມືຫວຽດນາມ.

ສ່ວນຜູ້ຕາງໜ້າຂອງ Atmo, ເຊິ່ງແມ່ນວິສາຫະກິດອາເມລິກາ ທີ່ເຮັດທຸລະກິດໃນການສະໜອງການບໍລິການພະຍາກອນອາກາດນາໆຊາດ ດ້ວຍເຕັກໂນໂລຢີອີງໃສ່ປັນຍາປະດິດ, ໃຫ້ຮູ້ວ່າ: ທາງບໍລິສັດມີຄວາມເຊື່ອໝັ້ນທີ່ສຸດຕໍ່ຄວາມສາມາດບົ່ມຊ້ອນລົງທຶນຢູ່ຫວຽດນາມ, ເຊິ່ງແມ່ນປະເທດທີ່ພວມຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຜູ້ຕາງໜ້າຂອງ Meta (ບໍລິສັດແມ່ຂອງ Facebook) ເປີດເຜີຍວ່າ, ຈະນໍາເອົາຜະລິດຕະພັນ ແລະການບໍລິການໃໝ່ຫຼາຍອັນມາໃຫ້ຫວຽດນາມ, ດ້ວຍຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ເພື່ອໃຫ້ກາຍເປັນຈຸດພົ້ນເດັ່ນຢູ່ອາຊີ ໃນຂົງເຂດປັນຍາປະດິດ.

ໃນຂະນະນັ້ນ, ປະທານກຸ່ມ AIS ອາເມລິກາ, ທ່ານ Josep Frank Uldo ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ດຳເນີນທຸລະກິດເປັນເວລາຫຼາຍປີໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ແຕກຕ່າງກັນ, ແຕ່ຂ້າພະເຈົ້າເຫັນວ່າ ຢູ່ຫວຽດນາມ ມີໂອກາດຫຼາຍຫຼາຍທີ່ສຸດ".

ຕາມກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະການລົງທຶນຫວຽດນາມ ແລ້ວ), ປີກາຍນີ້, ບັນດາວິສາຫະກິດອາເມລິກາ ລົງທຶນເຂົ້າຫວຽດນາມ ມີ 1.340 ກວ່າໂຄງການ ດ້ວຍຍອດເງິນລົງທຶນຫຼາຍກວ່າ 11,8 ຕື້ໂດລາສະຫະລັດ, ຢືນອັນດັບທີ 11 ກ່ຽວກັບມູນຄ່າການລົງທຶນ. ບັນດາວິສາຫະກິດແຖວໜ້າຂອງອາເມລິກາ ຄື Intel, CocaCola, Cargill... ປະຈຸບັນໄດ້ທຸ້ມເງິນລົງທຶນເຂົ້າຫວຽດນາມ ນັບຕື້ໂດລາສະຫະລັດ.

ຄາດຫວັງກ່ຽວກັບການເຕີບໂຕ ຫາກໍ່ໄດ້ກຳນົດຂຶ້ນໃນປີ 2024

ການຢ້ຽມຢາມຫວຽດນາມຂອງຄະນະຜູ້ແທນວິສາຫະກິດອາເມລິກາ ແມ່ນໜຶ່ງໃນບັນດາສັນຍານທີ່ດີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດຂອງຫວຽດນາມ ໃນປີນີ້. ປີກາຍ, ຫວຽດນາມ ບັນລຸສະຖິຕິກ່ຽວກັບທຶນ FDI ຈົດທະບຽນດ້ວຍ 36,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ກັບປີກ່ອນນັ້ນ. ນັກຊ່ຽວຊານດ້ານເສດຖະກິດຫຼາຍຄົນຄາດຄະເນວ່າ ປີນີ້ຈະສືບຕໍ່ເປັນປີທີ່ບຸກທະລຸກ່ຽວກັບການດຶງດູດ FDI.

ການປ່ຽນແປງນະໂຍບາຍດຶງດູດ FDI ຂອງຫວຽດນາມ ໄດ້ສ້າງຜົນກະທົບດັ່ງກ່າວນີ້. ໃນໄລຍະ 5 ປີກ່ອນນີ້ (ປີ 2019), ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 50 NQ/TW ວ່າດ້ວຍການກຳນົດທິດສ້າງລະບອບລະບຽບການນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມືລົງທຶນຈາກຕ່າງປະເທດຮອດປີ 2030. ເພື່ອຫັນເປົ້າໝາຍຂອງມະຕິໃຫ້ປະກົດຜົນເປັນຈິງ, ປີ 2022, ລັດຖະບານໄດ້ປະກາດໃຊ້ຍຸດທະສາດການຮ່ວມມືລົງທຶນຈາກຕ່າງປະເທດໄລຍະ 2021-2030. ໃນຂະນະນັ້ນ, ໃນປີນີ້ ສະພາແຫ່ງຊາດ ກໍ່ມອບໃຫ້ລັດຖະບານ ສ້າງຮ່າງມະຕິກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ ແລະນໍາໃຊ້ກອງທຶນໜູນຊ່ວຍການລົງທຶນຈາກແຫຼ່ງເກັບພາສີອາກອນໜ້ອຍສຸດໃນທົ່ວໂລກ ແລະແຫຼ່ງເກັບລາຍຮັບຕ່າງໆທີ່ຖືກຕາມກົດໝາຍອື່ນ. ນະໂຍບາຍນີ້ແມ່ນເພື່ອແນໃສ່ເຮັດໃຫ້ສະພາບແວດລ້ອມແຫ່ງການລົງທຶນມີສະຖຽນລະພາບ, ດຶງດູດນັກລົງທຶນຍຸດທະສາດ, ກຸ່ມບໍລິສັດນາໆຊາດ ແລະໜູນຊ່ວຍວິສາຫະກິດຢູ່ພາຍໃນປະເທດໃນບາງຂົງເຂດຕ້ອງໄດ້ຮັບການສົ່ງເສີມ.

ໃນທ້າຍປີກາຍນີ້, Fitch Ratings, ເຊິ່ງແມ່ນອົງການຈັດລະດັບຄວາມໄວ້ວາງໃຈສາກົນ ໄດ້ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຂຶ້ນເປັນລະດັບ BB+ ດ້ວຍແງ່ຫວັງທີ່ມີສະຖຽນລະພາບ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ພວມມີຄວາມສະດວກໃນການດຶງດູດ FDI.

ແງ່ຫວັງດ້ານເສດຖະກິດມີສະຖຽນລະພາບ, ນະໂຍບາຍເປັນມິດກັບນັກລົງທຶນ ພວມເປັນປັດໄຈດຶງດູດວິສາຫະກິດຕ່າງປະເທດເຂົ້າມາຫວຽດນາມ, ຈາກນັ້ນ ສ້າງທ່າໄດ້ປຽບເພື່ອໃຫ້ຫວຽດນາມ ພັດທະນາ.

ໂດຍ: ໄຊນີດາ