ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນແມ້ງດົງ ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຄຽງຄູ່ກັບການເຕີບໃຫຍ່ເຂັ້ມແຂງ,  ການຢັ້ງຢືນຖານະບົດບາດຂອງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດນັ້ນ, ຖັນແຖວນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດກໍ່ພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາສູງຫົວຂໍ້ຂອງເວທີປາໄສຄັ້ງນີ້, ທ່ານຮອງຫົວໜ້າ ຫງວຽນແມ້ງດົງ ຫວັງວ່າ ນີ້ຈະແມ່ນກາລະໂອກາດເພື່ອປະກອບສ່ວນໂດຍກົງເຂົ້າໃນການຫັນຄວາມສາມາດບົ່ມຊ້ອນ ແລະເປົ້າໝາຍຂອງສອງປະເທດໃນຂອບເຂດຄູ່ຮ່ວມມືຮອບດ້ານ ກໍ່ຄືສັນຍາ CPTPP ໃຫ້ປະກົດຜົນເປັນຈິງ.

ສະນັ້ນ, ເວທີປາໄສບໍ່ພຽງແຕ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະບັນດາກາລະໂອກາດເຊື່ອມຕໍ່, ການແລກປ່ຽນການຄ້າລະຫວ່າງວິສາຫະກິດ, ນັກທຸລະກິດຫວຽດນາມ ແລະການາດາ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນສຳລັບປະຊາຄົມນັກທຸລະກິດ, ວິສາຫະກິດຂອງສອງຝ່າຍໃນການແບ່ງປັນຂໍ້ມູນຂ່າວສານທີ່ແທດຈິງກ່ຽວກັບສະພາບການຢູ່ຫວຽດນາມ ເຖິງປະຊາຄົມຊາວຫວຽດນາມ ຢູ່ການາດາ ແລະເພື່ອນມິດຄູ່ຮ່ວມມືຂອງການາດາ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລື, ແນະນຳຄວາມສາມາດບົ່ມຊ້ອນ ແລະກາລະໂອກາດອັນໃຫຍ່ຫຼວງໃນຂົງເຂດສົ່ງອອກຜະລິດຕະພັນຂອງຫວຽດນາມ ໄປຍັງຕະຫຼາດການາດາ ແລະອາເມລິກາເໜືອ (ຜ່ານປະເທດການາດາ). ຜູ້ແທນບາງຄົນໄດ້ແບ່ງປັນກາລະໂອກາດຮ່ວມມື, ຊຸກຍູ້ການສົ່ງອອກສິນຄ້າຈາກ ຫວຽດນາມ ໄປການາດາ ໃນບັນດາຂົງເຂດຄື: ກໍ່ສ້າງ, ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຫຼັກກ້າ, ເຄື່ອງຈັກ, ອຸປະກອນໄຟຟ້າ...

ສະມາຄົມ VCBA ໄດ້ຮັບການສ້າງຕັ້ງໃນເດືອນ ຕຸລາ ປີ 2022 ພາຍໃຕ້ການຊີ້ນໍາ ແລະຮ່ວມເດີນທາງຂອງກົງສູນໃຫຍ່ຫວຽດນາມ ປະຈຳ Vancouver - ການາດາ ແນໃສ່ເຕົ້າໂຮມ, ເຊື່ອມຕໍ່ເຄືອຂ່າຍນັກທຸລະກິດຫວຽດນາມ ແລະ ການາດາ ທີ່ມີຄວາມມຸ່ງມາດປາດຖະໜາຢາກດໍາເນີນທຸລະກິດ, ລົງທຶນຢູ່ສອງປະເທດ ແລະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດສອງຝ່າຍ.

ໂດຍ: ຈາງຫງວຽນ