ກອງປະຊຸມໃຫຍ່ຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນກວ່າ 30 ທ່ານ ທີ່ເປັນຕົວແທນໃຫ້ແກ່ນັກສຶກສາຫວຽດນາມ ຫຼາຍກວ່າ 500 ຄົນ ທີ່ພວມຮໍ່າຮຽນຢູ່ 12 ມະຫາວິທະຍາໄລ ໃນ 10 ນະຄອນ, ແຂວງຂອງແບນຊິກ.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫວຽນວັນທ໋າວ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາຊະອານາຈັກ ແບນຊິກ ໄດ້ເນັ້ນໜັກເຖິງສາມໜ້າທີ່ສໍາຄັນ ເຊິ່ງ SIVIBI ຄວນສຸມໃສ່ປະຕິບັດເພື່ອພັດທະນາສະມາຄົມນັກສຶກສາຫວຽດນາມ ຢູ່ແບນຊິກ ແລະປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ນັ້ນແມ່ນ: ຮໍ່າຮຽນດີ ແລະຝຶກຝົນຫຼໍ່ຫຼອມ; ພັດທະນາຢ່າງຮອບດ້ານ; ຕິດພັນຢ່າງແໜ້ນແຟ້ນກັບສະມາຄົມພາຍໃນປະເທດ ແລະປະຊາຄົມຊາວຫວຽດນາມ ຢູ່ແບນຊິກ ເພື່ອສ້າງເຄືອຂ່າຍທີ່ເຂັ້ມແຂງ, ແບ່ງປັນຂໍ້ມູນ, ໜູນຊ່ວຍເຊິ່ງກັນ ແລະກັນ ແລະສ້າງເງື່ອນໄຂໃຫ້ແກ່ການພັດທະນາ ແລະຜົນສໍາເລັດຂອງສະມາຊິກແຕ່ລະຄົນໃນສະມາຄົມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມ ຢູ່ແບນຊິກ ຊຸດທີ V ອາຍຸການ 2024-2026 ປະກອບມີກຳມະການ 19 ສະຫາຍ. ອ້າຍ ຫງວຽນຕ໊ວນເຫງັຍ, ປະລິນຍາໂທ ບໍລິຫານທຸລະກິດມະຫາວິທະຍາໄລ Louvain, ໄດ້ຖືກເລືອກຕັ້ງເປັນປະທານສະມາຄົມ. ໃນອາຍຸການໃໝ່, SIVIBI ຕັດສິນໃຈຮັກສານໍ້າໃຈສາມັກຄີ ແລະຄວາມເອກອ້າງທະນົງໃຈຕໍ່ບ້ານເກີດເມືອງນອນ. ນັກສຶກສາແຕ່ລະຄົນ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງເພື່ອໃຫ້ກາຍເປັນຄົນທີ່ມີສະຕິ ແລະມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການພັດທະນາປະເທດ ແລະສະມາຄົມ.

ໂດຍ: ຄຳໄຊ