ທີ່ການຕ້ອນຮັບ,  ທ່ານ ປອ Levente Horvath ສະແດງຄວາມປາດຖະໜາຢາກໃຫ້ວາລະສານ Eurasia ເອົາບົດຂຽນກ່ຽວກັບຜົນງານແຫ່ງການປ່ຽນແປງໃໝ່ ແລະການພັດທະນາຂອງຫວຽດນາມ ລົງວາລະສານຫຼາຍກວ່າອີກ.

ທ່ານ ປອ Levente Horvath ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມືລະຫວ່າງສະຖານທູດ ແລະ ວາລະສານໃນໄລຍະຜ່ານມາ. ທ່ານປາດຖະໜາຢາກສືບຕໍ່ຮ່ວມມືໃນຫຼາຍດ້ານກວ່າອີກ, ຄື: ເພີ່ມທະວີການຮ່ວມມືດ້ານການສຶກສາລະຫວ່າງມະຫາວິທະຍາໄລ John von Neumann ກັບມະຫາວິທະຍາໄລແຫ່ງຕ່າງໆຂອງຫວຽດນາມ; ເອົາບົດຂຽນກ່ຽວກັບຫວຽດນາມ ຈາກທັດສະນະຂອງຊາວຫວຽດນາມໃນຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ລົງວາລະສານໃຫ້ຫຼາຍຕື່ມອີກ... ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະແຈ້ງໃຫ້ຊາວຮຸງກາຣີ ຮັບຊາບກ່ຽວກັບຜົນງານແຫ່ງການປ່ຽນແປງໃໝ່ ແລະການພັດທະນາຂອງປະຊາຊົນຫວຽດນາມ ໃນໄລຍະມໍ່ໆມານີ້.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກຖາວ ສະແດງຄວາມກຽມພ້ອມໃນການສະໜອງຂໍ້ມູນຂ່າວສານທີ່ອັບເດດສະພາບການພັດທະນາຂອງຫວຽດນາມ ໃຫ້ຜູ້ອ່ານຮຸງກາຣີ, ມຸ່ງໄປເຖິງຄວາມສະໜິດຕິດພັນໃຫ້ຫຼາຍກວ່າເກົ່າ ແລະຮັດແຄບຊ່ອງຫວ່າງດ້ານວັດທະນະທຳ ກໍຄືສ້າງຄວາມໄວ້ເນື້ອເຊື່ອໃຈ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ການຄ້າ, ການທ່ອງທ່ຽວ, ແຮງງານ ... ລະຫວ່າງປະຊາຊົນສອງປະເທດ.

ໂດຍ: ທູຈາງ