ທີ່ງານຕະຫຼາດນັດ, ໄດ້ແນະນຳ ແລະໂຄສະນາບັນດາຈຸດນັດພົບຂອງຫວຽດນາມ ໃຫ້ບັນດາຫົວໜ່ວຍທ່ອງທ່ຽວໃຫຍ່ຂອງມາເລເຊຍ. ນີ້ແມ່ນງານຕະຫຼາດນັດການທ່ອງທ່ຽວໃຫຍ່ທີ່ສຸດຂອງມາເລເຊຍ ທີ່ຈັດຂຶ້ນໃນແຕ່ລະປີ ແລະຄະນະຈັດຕັ້ງຄາດວ່າຈະດຶງດູດນັກທ່ອງທ່ຽວ 250.000 ເທື່ອຄົນ, ບັນລຸລາຍຮັບ 400 ລ້ານລິງກິດ.

leftcenterrightdel
ໂຄສະນາຈຸດນັດພົບຫວຽດນາມ ທີ່ງານຕະຫຼາດນັດທ່ອງທ່ຽວມາເລເຊຍ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີເປີດງານຕະຫຼາດນັດທ່ອງທ່ຽວມາເລເຊຍ 2024 ທີ່ຈັດຂຶ້ນຢູ່ສູນການຄ້າ ແລະງານວາງສະແດງສາກົນມາເລເຊຍ (MITEC), ທ່ານ Nigel Wong ປະທານສະມາຄົມການທ່ອງທ່ຽວ ແລະໄປທ່ຽວມາເລເຊຍ ໃຫ້ຮູ້ວ່າ: ຂອບຂະໜາດຂອງງານຕະຫຼາດນັດປີນີ້ໄດ້ດຶງດູດເກືອບ 5.000 ອົງການທ່ອງທ່ຽວ, ໂຮງແຮມພາຍໃນ ແລະຕ່າງປະເທດເຂົ້າຮ່ວມ, ມີເກືອບ 1.400 ຮ້ານວາງສະແດງ.

ທີ່ບັນດາຮ້ານວາງສະແດງສາກົນ, ບໍລິສັດການບິນ Malaysia Airlines ປະກາດວ່າຈະເປີດຖ້ຽວບິນໂດຍກົງໄປນະຄອນດ່ານັງ ຂອງຫວຽດນາມ ດ້ວຍ 5 ຖ້ຽວຕໍ່ອາທິດ. ບໍລິສັດໄປທ່ອງທ່ຽວ Golden Destination ແນະນຳລາຍການທ່ອງທ່ຽວຫຼາຍແຫ່ງມາຫວຽດນາມ ດ້ວຍບັນດາສະຖານທີ່ທີ່ມີຊື່ສຽງຄື ອ່າວ ຮ້າລອງ ແລະ ຊາປາ ຢູ່ພາກເໜືອ, ຂົວຄໍາ ແລະຖະໜົມບູຮານ ໂຮ້ຍອານ ຢູ່ພາກກາງ, ນະຄອນ ໂຮ່ຈີມິນ.

ງານຕະຫຼາດນັດທ່ອງທ່ຽວມາເລເຊຍ 2024 ຈັດຂຶ້ນໂດຍສະມາຄົມການທ່ອງທ່ຽວ ແລະໄປທ່ຽວມາເລເຊຍ (MATTA) ແຕ່ວັນທີ 22-24 ມີນາ ໂດຍການເປັນປະທານຂອງກະຊວງທ່ອງທ່ຽວ, ສິລະປະ ແລະວັດທະນະທຳມາເລເຊຍ.

ໂດຍ: ຈາງຫງວຽນ