ດ້ວຍສານທີ່ວ່າ “ຫລຸດຜ່ອນຮອຍຂອງກາກບອນ - ມຸ່ງໄປເຖິງ Net Zero”, ຕອນຄ່ຳວັນທີ 23 ມີນາ, ນະຄອນ ຮ່າໂນ້ຍ ໄດ້ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ດ້ວຍການເຄື່ອນໄຫວ ມອດໄຟຢູ່ບັນດາເຂດ, ສະຖານທີ່ສາທາລະນະເກືອບທັງໝົດໃນບໍລິເວນນະຄອນ, ແຕ່ເວລາ 20ໂມງ30 ນາທີ - 21ໂມງ30 ນາທີ. ຄຽງຄູ່ກັນນັ້ນ, ຮ່າໂນ້ຍ ກໍ່ໄດ້ຈັດຫຼາຍການເຄື່ອນໄຫວແທດຈິງ, ຄື: ການແຕ້ມພາບ “ເຍົາວະຊົນນະຄອນຫຼວງ - ປະຢັດໄຟຟ້າກາຍເປັນຄວາມລຶ້ງເຄີຍ”...

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຢູ່ນະຄອນ ດ່ານັ້ງ, ວັນທີ 23 ມີນາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ດ່ານັ້ງ ໄດ້ສົມທົບກັບບໍລິສັດໃຫຍ່ໄຟຟ້າພາກກາງ, ບໍລິສັດ ໄຟຟ້າ ດ່ານັ້ງ ຈຳກັດຜູ້ດຽວ ພ້ອມກັບບາງອົງການ, ຫົວໜ່ວຍໃນບໍລິເວນນະຄອນຈັດງານຊຸມນຸມມິດຕິງຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 2023.

ຢູ່ສວນສາທາລະນະ ດົ່ງເຂີຍ, ຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ເບັ່ນແຈ ໄດ້ສົມທົບກັບບໍລິສັດໄຟຟ້າ ເບັ່ນແຈ ຈັດພິທີປຸກລະດົມການຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 2024 ດ້ວຍສານ “ປະຢັດໄຟຟ້າ - ກາຍເປັນຄວາມລື້ງເຄີຍ”.

ຜ່ານຕົວເລດກ່ຽວກັບການນຳໃຊ້ໄຟຟ້າໃນທົ່ວປະເທດ, ສູນບໍລິຫານລະບົບໄຟຟ້າແຫ່ງຊາດໃຫ້ຮູ້ວ່າ: ພາຍຫຼັງມອດໄຟຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 2024 ໃນຕອນຄ່ຳວັນທີ 23 ມີນາ, ທົ່ວປະເທດໄດ້ປະຢັດໄຟຟ້າໄດ້ເຖິງ 428.000 kWh.

ໂດຍ: ກວຽດເຕິມ