ໃນປີທີ 14 ຂອງລາງວັນ, Viettel's Stars 2023 ໄດ້ເຊີດຊູ 10 ບຸກຄົນ ແລະ 10 ໝູ່ຄະນະທີ່ເປັນຕົວຢ່າງດີເດັ່ນເຊິ່ງຄັດເລືອກຈາກພະນັກງານ, ພາລະກອນເກືອບ 70.000 ຄົນ ຂອງບັນດາຫົວໜ່ວຍສະມາຊິກ ແລະ 10 ຕະຫຼາດ ໃນ 4 ຂົງເຂດ ຄື: ໂທລະຄົມມະນາຄົມ (ພາຍໃນ ແລະຕ່າງປະເທດ); ມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານ ແລະການບໍລິການດີຈີຕອນ; ຄົ້ນຄວ້າການຜະລິດອຸດສາຫະກໍາເຕັກໂນໂລຢີສູງ; ການຈັດສົ່ງ, logistics ແລະການຄ້າໃນທົ່ວໂລກ.

leftcenterrightdel
ທ່ານ ຕ່າວດຶກຖັງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ມອບລາງວັນຕົວຢ່າງດີເດັ່ນຂອງ Viettel  ທົ່ວໂລກໃນປີ 2023. ພາບ: qdnd.vn

ເພື່ອກາຍເປັນ “ດວງດາວ Viettel”, ບັນດາໝູ່ຄະນະ, ສ່ວນບຸກຄົນ Viettel ຕ້ອງຜ່ານຜ່າສິ່ງທ້າທາຍເມື່ອຜັນຂະຫຍາຍບັນດາຜະລິດຕະພັນ, ການບໍລິການໃໝ່ທີ່ບໍ່ເຄີຍເຮັດ, ບໍ່ໄດ້ຖ່າຍທອດເຕັກໂນໂລຊີ, ແກ້ໄຂບັນດາບັນຫາໃຫຍ່ຂອງປະເທດ, ສັງຄົມດ້ວຍບົດບາດເປັນກຸ່ມບໍລິສັດເຕັກໂນໂລຂີໃຫຍ່ທີ່ສຸດຂອງຫວຽດນາມ. ນີ້ກໍ່ແມ່ນບັນດາຕົວຢ່າງຂອງ Viettel ກ່ຽວກັບຈິດໃຈເສຍສະຫຼະ, ພ້ອມແລ້ວທີ່ຈະໄປຍັງສະຖານທີ່ປະສົບກັບຄວາມຫຍຸ້ງຍາກ, ອັນຕະລາຍເພື່ອສຳເລັດໜ້າທີ່. ທຸກຄົນສາມັກຄີພ້ອມກັນມຸ່ງໄປເຖິງເປົ້າໝາຍດຽວກັນ, ຮ່ວມແຮງຮ່ວມໃຈແກ້ໄຂບັນຫາຫຍຸ້ງຍາກຂອງປະເທດ, ນຳໃຊ້ເຕັກໂນໂລຊີເພື່ອບໍ່ໃຫ້ໃຜຖືກຄ້າງຢູ່ເບື້ອງຫຼັງ.

ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານ ຕ່າວດຶກຖັງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ເນັ້ນໜັກວ່າ: “ບັນດາຜົນງານທີ່ບັນລຸໄດ້ແມ່ນມາຈາກບຸກຄົນ, ຫົວໜ່ວຍທີ່ແຕກຕ່າງກັນກ່ຽວກັບທີ່ຕັ້ງ, ຂອບຂະໜາດ ແລະລັກສະນະວຽກງານ, ດັ່ງນັ້ນບໍ່ສາມາດປຽບທຽບໂດຍກົງຫຼາຍຫຼືໜ້ອຍ, ສູງຫຼືຕ່ໍາໄດ້. ຈຸດລວມຂອງບັນດາດວງດາວ Viettel ແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ແມ່ນນ້ຳໃຈ, ຄວາມຮັກຢ່າງແຮງທີ່ມີຕໍ່ວຽກງານ ແລະ Viettel ”.

ພາບ: ຈາງຫງວຽນ