ການເຄື່ອນໄຫວດັ່ງກ່າວມີການເຂົ້າຮ່ວມຂອງການນຳກະຊວງຕຳຫຼວດ, ພາຍໃນຂອງ 3 ປະເທດ; ການນຳບັນດາຫົວໜ່ວຍວິຊາສະເພາະຂອງກະຊວງຕຳຫຼວດ; ຕຳຫຼວດນະຄອນ ດ່ານັງ ແລະຕຳຫຼວດ 19 ທ້ອງຖິ່ນທີ່ມີຊາຍແດນຕິດກັບລາວ ແລະກຳປູເຈຍ.

leftcenterrightdel
ພາບປະກອບຈາກ baophapluat.vn

ກອງປະຊຸມສໍາມະນາກ່ຽວກັບວຽກງານຕ້ານອັກຄີໄພ ແລະກູ້ໄພກູ້ຊີບ ຄັ້ງນີ້ ຈະໄດ້ຈັດຂຶ້ນທີ່ໂຮງແຮມ Intercontinental ດ້ວຍເນື້ອໃນ: ແລກປ່ຽນປະສົບການໃນການຜັນຂະຫຍາຍວຽກງານຕ້ານອັກຄີໄພ ແລະກູ້ໄພກູ້ຊີບ ແລະທິດທາງການຮ່ວມມືໃນໄລຍະຈະມາເຖິງ; ງານວາງສະແດງຮູບພາບກ່ຽວກັບວຽກງານຕ້ານອັກຄີໄພ ແລະກູ້ໄພກູ້ຊີບຂອງຫວຽດນາມ; ສະແດງ ແລະແນະນຳອຸປະກອນທີ່ທັນສະໄໝຈຳນວນໜຶ່ງຂອງກຳລັງຕຳຫຼວດຕ້ານອັກຄີໄພ ແລະກູ້ໄພກູ້ຊີບຫວຽດນາມ.

ທ່ານພົນຈັດຕະວາ ຫງວຽນດິ່ງຮວ່ານ, ຮອງຫົວໜ້າກົມຕຳຫຼວດຕ້ານອັກຄີໄພ ແລະກູ້ໄພກູ້ຊີບ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວ, ແນໃສ່ເສີມຂະຫຍາຍມູນເຊື້ອພົວພັນມິດຕະພາບ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກໍາລັງຕຳຫຼວດ, ພາຍໃນຂອງ 3 ປະເທດ. ທັງແມ່ນກາລະໂອກາດເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການເພື່ອແນໃສ່ຍົກສູງຄວາມສາມາດໃຫ້ຝ່າຍຕ່າງງໆໃນວຽກງານຕ້ານອັກຄີໄພ ແລະກູ້ໄພກູ້ຊີບກວ່າອີກ.

ໂດຍ: ຈາງຫງວຽນ