ສ້າງຂອບເຂດ, ເນື້ອໃນ, ລາຍການຝຶກອົບຮົມເພື່ອຍົກສູງຄຸນນະພາບຊັບພະຍາກອນມະນຸດ, ສຸມໃສ່ຄວາມສາມາດດີຈີຕອນ, ຄວາມສາມາດຮຽນຮູ້ດ້ວຍຕົນເອງ; ດຳເນີນການຝຶກອົບຮົມຄວາມຮູ້, ທັກສະ, ທ່າທີ ແລະວັດທະນະທໍາດີຈີຕອນໃຫ້ແກ່ພະນັກງານ, ພາລະກອນ; ການວາງແຜນ, ກໍ່ສ້າງ, ບໍາລຸງສ້າງພະນັກງານຕາມລາຍການພື້ນຖານ, ໄລຍະຍາວ, ລົງເລິກ ແລະການຝຶກອົບຮົມຖ່າຍທອດເຕັກໂນໂລຊີ, ກໍ່ສ້າງຖັນແຖວນັກຊ່ຽວຊານນໍາໜ້າຂະແໜງກ່ຽວກັບດ້ານເຕັກນິກ, ດໍາເນີນທຸລະກິດ, ເຕັກໂນໂລຊີຂໍ້ມູນຂ່າວສານ; ເອົາໃຈໃສ່ພັດທະນາ, ສ້າງລະບົບການຮຽນທາງອອນໄລທີ່ສະໜອງຖານຂໍ້ມູນການຮຽນຮູ້ທີ່ເປັນເອກະພາບກ່ຽວກັບການຫັນເປັນດີຈີຕອນ, ຄູ່ມືໃຫ້ຄຳປຶກສາການຫັນເປັນດີຈີຕອນ, ເຕັກໂນໂລຊີ 4.0... ໃຫ້ພະນັກງານ, ພາລະກອນ 100%.

leftcenterrightdel
ພາບປະກອບຈາກ qdnd.vn

ໃນໄລຍະຈະມາເຖິງ, Viettel ຈະສືບຕໍ່ສຸມໃສ່ກໍ່ສ້າງກົນໄກ, ນະໂຍບາຍຮັບສະໝັກຄົນງານ, ມີປະສິດທິຜົນເພື່ອດຶງດູດບັນດານັກຊ່ຽວຊານ, ນັກຄຸ້ມຄອງແຖວໜ້າຂອງຫວຽດນາມ ແລະໃນໂລກມາເຮັດວຽກ, ຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດ: ປັນຍາປະດິດ, ຂໍ້ມູນໃຫຍ່, ຄອມພີວເຕີ້ຄລາວ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຄົ້ນຄວ້າ ແລະພັດທະນາ.

ປະກາດໃຊ້, ຜັນຂະຫຍາຍບັນດານະໂຍບາຍຄັດເລືອກບຸກຄະລາກອນທີ່ມີຄຸນນະພາບສູງ, ບຸກຄະລາກອນຕ່າງປະເທດ, ດຶງດູດບັນດາຜູ້ເກັ່ງກ້າດ້ານເຕັກໂນໂລຊີໃໝ່, ນັກຝຶກງານທີ່ມີພອນສະຫວັນ, ເລືອກເຟັ້ນບຸກຄະລາກອນດີເດັ່ນໃຫ້ບັນດາຂະແໜງຕົ້ນຕໍ; ສູ້ຊົນ ຮອດປີ 2030 ຈະມີຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແຖວໜ້າຂອງຫວຽດນາມ ແລະເປັນກຸ່ມນຳໜ້າໃນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບກໍາລັງຄວາມສາມາດດ້ານເຕັກໂນໂລຊີດີຈີຕອນ, ການຄົ້ນຄ້ວາເຕັກໂນໂລຊີສູງ.

ໂດຍ: ຈາງຫງວຽນ