ຕອນເຊົ້າວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ. ກອງປະຊຸມຖືກຈັດຂຶ້ນແບບທາງໄກລະຫວ່າງສຳນັກງານລັດຖະບານ ເຊື່ອມຕໍ່ກັບຄະນະກຳມະການປະຊາຊົນ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

leftcenterrightdel
ກອງປະຊຸມກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ. ພາບ: chinhphu.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ການພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ແກ່ກຳມະກອນແມ່ນໜຶ່ງໃນບັນດາເສົາຄ້ຳຂອງບັນດານະໂຍບາຍໜູນຊ່ວຍສັງຄົມ, ທັງແມ່ນມາດຕະການທີ່ມີປະສິດທິຜົນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ເລື່ອງເບິ່ງແຍງດູແລແກ້ໄຂຄວາມຕ້ອງການເຮືອນຢູ່ໃຫ້ແກ່ປະຊາຊົນ, ພິເສດແມ່ນເປົ້າໝາຍທີ່ມີລາຍຮັບຕ່ຳ ແລະ ກຳມະກອນຢູ່ບັນດາເຂດອຸດສາຫະກຳ, ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ແລະ ນາຍົກລັດຖະມົນຕີ.

ໂດຍ: ກວຽດເຕິມ