ເວທີປາໄສລວມມີ 10 ວາລະປຶກສາຫາລືກ່ຽວກັບບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງສື່ມວນຊົນປະຕິວັດຫວຽດນາມ ໃນໄລຍະຫັນເປັນດີຈີຕອນ, ຄື: ກໍ່ສ້າງສະພາບແວດລ້ອມວັດທະນະທຳສື່ມວນຊົນ; ສື່ມວນຊົນຖານຂໍ້ມູນ ແລະຍຸດທະສາດເນື້ອໃນທີ່ພົ້ນເດັ່ນ; ກໍາລັງຄວາມສາມາດແກ່ງແຍ້ງກັນຂອງໂທລະພາບໃນຍຸກສະໄໝ AI; ການກະຈາຍສຽງໃນສະພາບແວດລ້ອມດີຈີຕອນ; ບັນຫາປົກປ້ອງລິຂະສິດສື່ມວນຊົນໃນສັງກາດດີຈີຕອນ...

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ເນັ້ນໜັກເຖິງຄວາມຈຳເປັນຕ້ອງປ່ຽນແປງໃໝ່ສື່ມວນຊົນໃນສະພາບປະຈຸບັນ. ໃນນັ້ນ, ເຕັກໂນໂລຢີດີຈີຕອນ, ອິນເຕີແນັດ ແລະສື່ສານສັງຄົມແມ່ນການກະຕຸກຊຸກຍູ້ຢ່າງແຂງແຮງເພື່ອປ່ຽນແປງໃໝ່ສື່ມວນຊົນ. ສື່ມວນຊົນຢາກມີການປ່ຽນແປງໃໝ່ຕ້ອງຮັກສາຄຸນຄ່າຫຼັກແຫຼ່ງ ແລະພາລະກໍາເບື້ອງຕົ້ນຂອງສື່ມວນຊົນປະຕິວັດ; ເຄື່ອງມືເພື່ອປະຕິບັດການປະດິດຄິດສ້າງສ່ວນຫຼາຍແມ່ນເຕັກໂນໂລຢີດີຈີຕອນ.

leftcenterrightdel
ທ່ານ ເລກວກມິງ, ປະທານສະມາຄົມນັກຂ່າວຫວຽດນາມ ແບ່ງປັນກ່ຽວກັບການແກ່ງແຍ້ງດ້ານຂໍ້ມູນຂອງສື່ມວນຊົນ. ພາບ: ກິມຢຸງ

ທ່ານ ເລກວກມິງ, ປະທານສະມາຄົມນັກຂ່າວຫວຽດນາມ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢິນ ຖືວ່າ: ສື່ມວນຊົນບໍ່ສາມາດຢືນຢູ່ລ້າໆຕໍ່ໜ້າສິ່ງທ້າທາຍ.  ສື່ມວນຊົນຕ້ອງນໍາທັນເຕັກໂນໂລຢີຢ່າງວ່ອງໄວ. ເຕັກໂນໂລຢີແມ່ນພາກສ່ວນໜຶ່ງທີ່ສຳຄັນທີ່ສຸດໃນການຮ່ວມເດີນທາງ. ສື່ມວນຊົນຕ້ອງນໍາທັນເຕັກໂນໂລຢີ. ເຕັກໂນໂລຢີຊ່ວຍໃຫ້ນັກຂ່າວຫຼຸດຜ່ອນຄວາມຫຍຸ້ງຍາກໃນການເຮັດຂ່າວ.

ດ້ວຍການເຂົ້າຮ່ວມຂອງນັກຂ່າວທີ່ມີປະສົບການພາຍໃນປະເທດ ແລະ ນັກຊ່ຽວຊານສື່ມວນຊົນສາກົນທີ່ມີຊື່ສຽງ 60 ກວ່າຄົນ. ເວທີປາໄສໄດ້ສ່ົງຜົນສະທ້ອນຢ່າງແຮງ ແລະກະທົບຕໍ່ບັນດາອົງການສື່ມວນຊົນ, ນັກຂ່າວໃນທົ່ວປະເທດ.

ໂດຍ: ທູຈາງ