leftcenterrightdel
ທ່ານພັນເອກພິເສດ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ VNMAC ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກພິເສດ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ VNMAC ໃຫ້ຮູ້ວ່າ ໃນຖານະເປັນອົງການປະສານງານແຫ່ງຊາດໃນການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ວັດຖຸລະເບີດທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ, ໃນໄລຍະ 10 ປີແຫ່ງການກໍ່ສ້າງ ແລະພັດທະນາ, VNMAC ບັນລຸໄດ້ບັນດາຜົນງານທີ່ໜ້າສົ່ງເສີມ. VNMAC ໄດ້ຕັ້ງໜ້າເປັນເຈົ້າການເພີ່ມທະວີການຮ່ວມມືສາກົນແນໃສ່ຮຽກຮ້ອງ, ຂົນຂວາຍການໜູນຊ່ວຍຈາກປະຊາຄົມສາກົມໃນການປະຕິບັດໂຄງການກະທໍາແຫ່ງຊາດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງຕົກຄ້າງຫຼັງສົງຄາມ ໄລຍະ 2010-2025 (ໂຄງການ 504). ທ່ານພັນເອກພິເສດ ເລກວາງເຮີບ ເຊື່ອໝັ້ນວ່າ ດ້ວຍການໜູນຊ່ວຍຈາກເພື່ອນມິດສາກົນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ຈະບັນລຸໄດ້ຜົນສຳເລັດຫຼາຍກວ່າໃນໄລຍະຈະມາເຖິງ.

ທີ່ການພົບປະ, ທ່ານນາງ Amy Patel, ທີ່ປຶກສາທູດດ້ານການເມືອງຂອງສະຖານທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາວ່າ VNMAC ໄດ້ມານະພະຍາຍາມເພີ່ມທະວີການຮ່ວມມືກັບສາກົນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ, ພ້ອມທັງຖືວ່າ VNMAC ສວມບົດບາດສຳຄັນໃນການສ້າງອະນາຄົດທີ່ດີງາມກວ່າໃຫ້ຄົນລຸ້ນຫຼັງ.

ໂດຍ: ຈາງຫງວຽນ