ວັນທີ 9 ທັນວາ, ຢູ່ກ່າເມົາ ໄດ້ດຳເນີນກອງປະຊຸມປະກາດການວາງແຜນຜັງ ແລະສົ່ງເສີມການລົງທຶນຢູ່ແຂວງກ່າເມົາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການປະກາດວາງແຜນຜັງແຂວງກ່າເມົາ ມີຄວາມສຳຄັນເປັນພິເສດ, ສ້າງສະຖານທີ່ພັດທະນາໃໝ່, ຊຸກຍູ້ບັນດາຂະແໜງການ, ຂົງເຂດພັດທະນາແບບຍືນຍົງ, ມີປະສິດທິຜົນ; ຊ່ວຍຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຢ່າງສຸດຂີດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຮອດປີ 2030, ກ່າເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ; ມີແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການພັດທະນາ; ຍູ້ແຮງການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ ແລະນະວັດຕະກຳ, ພັດທະນາເສດຖະກິດສີຂຽວ; ເສດຖະກິດຄົບວົງຈອນ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານເນັ້ນໜັກວ່າ: "ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມປະກາດການວາງແຜນຜັງ ແລະສົ່ງເສີມການລົງທຶນນີ້. ກ່າເມົາ ຈະມີບາດກ້າວພັດທະນາບຸກທະລຸ. ບຸກທະລຸຢູ່ບ່ອນໃດ? ນັ້ນແມ່ນມີແນວຄິດລຸ້ລ່ວງ, ຕ້ອງຕັດສິນໃຈເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃໝ່ຢ່າງສຸດຂີດ, ມີໂອກາດທີ່ພົ້ນເດັ່ນ, ມີທ່າໄດ້ປຽບໃນການແກ້ງແຍ້ງເພື່ອພັດທະນາ; ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃຫ້ໄດ້ ແລະຕ້ອງຜ່ານຜ່າສິ່ງທ້າທາຍ. ຕ້ອງບືນຕົວຂຶ້ນດ້ວຍກຳລັງພາຍໃນຂອງຕົນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດໄດ້ສິ່ງນີ້".

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ