ວົງການສື່ມວນຊົນອາຊຽນ ແລກປ່ຽນບົດຮຽນໃນວຽກງານບໍລິຫານສຳນັກງານໜັງສືພິມດີຈີຕອນ
ກປ.ອອນໄລ - ຕອນເຊົ້າວັນທີ 7 ທັນວາ, ທີ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາສື່ມວນຊົນສາກົນ “ການບໍລິຫານສຳນັກງານໜັງສືພິມດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນໃນພາກພື້ນອາຊຽນ”.
ເຂົ້າຮ່ວມກອງປະຊຸມສໍາມະນາມີ 7 ຄະນະຜູ້ແທນສາກົນທີ່ມາຈາກສະຫະພັນສື່ມວນຊົນອາຊຽນ, ລວມມີ: ລາວ, ກໍາປູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ສິງກະໂປ.
    |
 |
|
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn |
ກອງປະຊຸມສໍາມະນາດໍາເນີນ 2 ວາລະປະຊຸມ. ວາລະທີໜຶ່ງດ້ວຍເນື້ອໃນ “ທິດສະດີລວມກ່ຽວກັບການບໍລິຫານສຳນັກງານໜັງສືພິມດີຈີຕອນ”. ວາລະທີສອງດ້ວຍເນື້ອໃນ “ການບໍລິຫານໜັງສືພິມດີຈີຕອນ: ພຶດຕິກໍາຕົວຈິງ, ບົດຮຽນ ແລະມາດຕະການ”.
ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນແທັງເລິມ ຮອງລັດຖະມົນຕີກະຊວງຖະແຫຼ່ງຂາວ ແລະການສື່ສານເນັ້ນໜັກວ່າ: ການຫັນປ່ຽນດີຈີຕອນໃນຂົງເຂດສື່ມວນຊົນໄດ້ຮັບຄວາມເອົາໃຈໃສ່ພິເສດຂອງຫວຽດນາມ ດ້ວຍເລື່ອງລັດຖະບານປະກາດໃຊ້ຂໍ້ຕົກລົງເລກທີ 348/QĐ-TTg, ລົງວັນທີ 6 ເມສາ 2023 ທີ່ອະນຸມັດຜ່ານຍຸດທະສາດ “ຫັນປ່ຽນສື່ມວນຊົນດີຈີຕອນຮອດປີ 2025, ທິດທາງຮອດປີ 2030”. ກອງປະຊຸມສໍາມະນາມື້ນີ້ແມ່ນໂອກາດເພື່ອໃຫ້ວົງການສື່ມວນຊົນອາຊຽນ ແລກປ່ຽນ, ແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນການຫັນປ່ຽນດີຈີຕອນໃນຂົງເຂດສື່ມວນຊົນ, ສື່ສານ, ຂໍ້ລິເລີ່ມ, ວີທີເຮັດທີ່ດີຂອງບັນດາອົງການສື່ມວນຊົນໃນພາກພື້ນເພື່ອເຮັດໃຫ້ວຽກງານຫັນປ່ຽນດີຈີຕອນໄດ້ປະຕິບັດເປັນຢ່າງດີ.
    |
 |
|
ທ່ານພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ເປັນປະທານຮ່ວມກອງປະຊຸມສໍາມະນາ. ພາບ: qdnd.vn |
ຄຳເຫັນປະກອບທີ່ກອງປະຊຸມສໍາມະນາໄດ້ລົງເລິກບັນດາບັນຫາກ່ຽວກັບການບໍລິຫານສຳນັກງານໜັງສືພິມດີຈີຕອນໃນປະຈຸບັນ, ຄື: ທ່າອ່ຽງພັດທະນາສື່ມວນຊົນດີຈີຕອນໃນໂລກ ແລະປະເທດຕ່າງໆໃນພາກພື້ນອາຊຽນ; ການບໍລິຫານສຳນັກງານດີຈີຕອນ-ກາລະໂອກາດ ແລະສິ່ງທ້າທາຍຕໍ່ສື່ມວນຊົນບັນດາປະເທດໃນພາກພື້ນອາຊຽນ; ຍຸດທະສາດຫັນປ່ຽນສື່ມວນຊົນດີຈີຕອນຢູ່ຫວຽດນາມ: ກາລະໂອກາດ ແລະສິ່ງທ້າທາຍສຳລັບບັນດາອົງການສື່ມວນຊົນ; ພື້ນຖານດີຈີຕອນ ແລະເຄື່ອງມືດີຈີຕອນໃນການບໍລິຫານສຳນັກງານໜັງສຶພິມດີຈີຕອນ; ການໝູນໃຊ້ເຕັກໂນໂລຢີ (AI, blockchain, XR, metaverse…).
ໂດຍ: ໄຊນີດາ