ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ
ກອງປະຊຸມໄດ້ສ້າງເວທີປາໄສສາກົນເພື່ອໃຫ້ຫົວໜ້າອົງການໄອຍະການບັນດາປະເທດອາຊຽນ ແລະຈີນ ພົບປະໂດຍກົງ, ແລກປ່ຽນ, ຊຸກຍູ້ການເພີ່ມທະວີການພົວພັນມິດຕະພາບສອງຝ່າຍ ແລະຫຼາຍຝ່າຍ...
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນຄ່ຳວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດອາຊຽນ ແລະຈີນ ຄັ້ງທີ 13 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ”.
ກອງປະຊຸມໄດ້ສ້າງເວທີປາໄສສາກົນເພື່ອໃຫ້ຫົວໜ້າອົງການໄອຍະການບັນດາປະເທດອາຊຽນ ແລະຈີນ ພົບປະໂດຍກົງ, ແລກປ່ຽນ, ຊຸກຍູ້ການເພີ່ມທະວີການພົວພັນມິດຕະພາບສອງຝ່າຍ ແລະຫຼາຍຝ່າຍ, ແບ່ງປັນຜົນສຳເລັດ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງຂອງແຕ່ລະປະເທດ; ສະເໜີບັນດາມາດຕະການຮ່ວມມືເພື່ອຊຸກຍູ້ການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງເວົ້າລວມ ແລະອາດຊະຍາກຳເຕັກໂນໂລຊີສູງຂ້າມຊາຍແດນເວົ້າສະເພາະ ໃຫ້ບັນລຸປະສິດທິຜົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ