ການປະກວດມີການເຂົ້າຮ່ວມຂອງ 16 ສະໂມສອນວັດທະນະທໍາ-ສິລະປະຂັ້ນຮາກຖານ, ທີມສິລະປະມະຫາຊົນທີ່ມາຈາກບັນດາເມືອງ, ເທດສະບານຢູ່ບໍລິເວນນະຄອນຮ່າໂນ້ຍ. ໃນງານປະກວດໄດ້ສະແດງຫຼາຍຮູບການມໍລະດົກວັດທະນະທໍານາມມະທໍາຂອງຊົນຊາດ ແລະສິລະປະທີ່ເປັນມູນເຊື້ອຂອງນະຄອນຫຼວງ... ງານປະກວດໄດ້ຮັບການສະໜອງຈາກນັກສິລະປະການ, ນັກສະແດງມະຫາຊົນ. ໃນຂອບເຂດລາຍການ, ຄະນະຈັດຕັ້ງໄດ້ເຊີດຊູບັນດາໝູ່ຄະນະ, ບຸກຄົນທີ່ໄດ້ ແລະກໍາລັງອຸທິດຕົນໃຫ້ແກ່ວຽກງານປົກປັກຮັກສາ, ສືບທອດ, ເສີມຂະຫຍາຍສີສັນວັດທະນະທໍາຫວຽດ ໃນສະໄໝເຊື່ອມໂຍງ ແລະພັດທະນາ.
ໂດຍ: ໄຊນີດາ
Type the code from the image