leftcenterrightdel
ບັນດານັກສຶກສາດີເດັ່ນຂອງລາວ ແລະກໍາປູເຈຍ  ທີ່ລາຍການ. ພາບ: qdnd.vn

ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ລະດົມກໍາລັງໃຈ, ຍ້ອງຍໍຊົມເຊີຍ ແລະມອບລາງວັນໃຫ້ນັກສຶກສາຂອງລາວ ແລະກຳປູເຈຍ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນມິດຕະພາບໃນເວລາທີ່ຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.

ຜ່ານນັ້ນທະວີຄູນບັນດາແບບຢ່າງດີເດັ່ນທີ່ເປັນນັກສຶກສາຂອງລາວ ແລະກຳປູເຈຍ, ສ້າງກຳລັງແຜ່ຂະຫຍາຍໃນໝູ່ນັກສຶກສາຂອງແຕ່ລະປະເທດໃນເວລາທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ເວົ້າລວມ ແລະນັກສຶກສານະຄອນໂຮ່ຈີມິນ ທັງໝົດເວົ້າລວມ. ປະສິດທິຜົນຂອງລາຍການຍັງປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງປະຊາຊົນ ແລະຊາວໜຸ່ສາມປະເທດຫວຽດນາມ - ລາວ, ກຳປູເຈຍ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

leftcenterrightdel
ຄະນະຈັດຕັ້ງ ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາດີເດັ່ນຂອງລາວ ແລະກໍາປູເຈຍ. ພາບ: qdnd.vn
leftcenterrightdel
ລາຍການສະແດງສິລະປະ ທີ່ພິທີຍ້ອງຍໍຊົມເຊີຍ. ພາບ: qdnd.vn

ຄະນະຈັດຕັ້ງໄດ້ພິຈາລະນາ, ຄັດເລືອກ  ແລະເຫັນດີເປັນເອກະພາບ ຍ້ອງຍໍຊົມເຊີຍນັກສຶກສາລາວດີເດັ່ນ 107 ຄົນ   ແລະນັກສຶກສາກຳປູເຈຍດີເດັ່ນ 16 ຄົນ.

ພາຍຫຼັງຈັດມາໄດ້ 18 ປີ, ມາຮອດປະຈຸບັນ, ລາຍການໄດ້ຍ້ອງຍໍຊົມເຊີຍນັກສຶກສາລາວ ແລະກຳປູເຈຍ 1.167 ຄົນ  ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນໂຮ່ຈີມິນ. ບັນດາແບບຢ່າງທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ບໍ່ພຽງແຕ່ແມ່ນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມຕົນເອງເທົ່ານັ້ນ ຫາກຍັງແມ່ນຜູ້ທີ່ສືບຕໍ່ເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ແລະຫວຽດນາມ - ກໍາປູເຈຍ.

ໂດຍ: ທູຈາງ