leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: VOV

ຢູ່ທີ່ນີ້, ສອງຝ່າຍໄດ້ພ້ອມກັນແລກປ່ຽນ, ເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືໃນບັນດາຂົງເຂດ, ນໍາເຂົ້າແຜນການຮ່ວມມືລະຫວ່າງສອງກະຊວງບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ກອງປະຊຸມສໍາມະນາ, ການເຈລະຈາຢູ່ຫວຽດນາມ ຫຼື ຝຣັ່ງ, ບັນດາປະເທດທີ່ກ່ຽວຂ້ອງໃນເຄືອຂ່າຍອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD), ກົນໄກຂອງອາຊຽນ... ກ່ຽວກັບການຄຸ້ມຄອງພາກລັດ, ຄຸ້ມຄອງປະເທດກ່ຽວກັບການປະຕິຮູບດ້ານການບໍລິຫານ, ປະຕິຮູບລະບອບວຽກຫຼວງ, ລັດຖະກອນເປັນຢ່າງດີ... ພິເສດແມ່ນໃນລາຍການຮ່ວມມືບໍາລຸງກໍ່ສ້າງພະນັກງານໜຸ່ມ, ພະນັກງານເພດຍິງໃຫ້ອໍານາດການປົກຄອງທ້ອງຖິ່ນຫວຽດນາມ ຢູ່ໂຮງຮຽນຄຸ້ມຄອງ Normandie ແລະສະຖາບັນບໍລິການວຽກຫຼວງແຫ່ງຊາດ (INSP) ເຊິ່ງກະຊວງພາຍໃນຫວຽດນາມ ພວມປະຕິບັດ. ພ້ອມທັງປະຕິບັດບາງເນື້ອໃນຮ່ວມມືໃນຂົງເຂດຫັນປ່ຽນດີຈີຕອນ, ລັດຖະບານດີຈີຕອນ,... ສືບຕໍ່ເພີ່ມທະວີການໜູນຊ່ວຍ, ແລກປ່ຽນນັກຊ່ຽວຊານກ່ຽວກັບບັນດາຂົງເຂດວຽກຫຼວງ, ປະຕິຮູບການບໍລິຫານ, ປະຕິຮູບເງິນເດືອນ, ນະໂຍບາຍລະບອບເກື້ອກຸນ... ມຸ່ງເຖິງພື້ນຖານວຽກຫຼວງວິຊາຊີບ, ທັນສະໄໝຕາມທິດສີຂຽວ ແລະຍືນຍົງ.

ໂດຍ: ໄຊນີດາ