ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ການພັດທະນາເສດຖະກິດໝູນວຽນບໍ່ອາດປຶກສາທິດສະດີລ້າໆໄດ້, ຫາກຕ້ອງມີເປົ້າໝາຍຢ່າງຈະແຈ້ງຈຶ່ງສາມາດປະຕິບັດໄດ້. ຊັບພະຍາກອນຕ້ອງໄດ້ຮັບການພັດທະນາ ແລະຮັກສາຕະຫຼອດໄປ, ນັ້ນແມ່ນຊັບພະຍາກອນທົດແທນ, ຊັບພະຍາກອນທາງປັນຍາ. ຮຽກຮ້ອງໃຫ້ພວກເຮົາຕ້ອງຫັນທິດສະດີເປັນນະໂຍບາຍ ແລະຂອບນິຕິກໍາ, ວາງເປົ້າໝາຍລະອຽດໃຫ້ແຕ່ລະຝ່າຍທີ່ກ່ຽວຂ້ອງ. ຄ່າໃຊ້ຈ່າຍ ແລະຜົນໄດ້ຮັບທາງດ້ານເສດຖະກິດຕ້ອງຖືກຄິດໄລ່ ເພື່ອເຫັນໄດ້ວ່າການເຂົ້າເຖິງເສດຖະກິດໝູນວຽນນໍາມາເຊິ່ງຜົນປະໂຫຍດຄືແນວໃດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: qdnd.vn

ທ່ານ ດັ້ງກວກແຄ໋ງ  ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຕີລາຄາວ່າ ການສ້າງແຜນການດໍາເນີນງານແຫ່ງຊາດ ຈະສະໜອງຍຸດທະສາດລະອຽດໃນໄລຍະສັ້ນ, ກໍ່ຄືໄລຍະຍາວ ເພື່ອຫັນເປັນຮູບແບບເສດຖະກິດໝູນວຽນ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ໄດ້ສ້າງຮ່າງແຜນການດຳເນີນງານແຫ່ງຊາດປະຕິບັດເສດຖະກິດໝູນວຽນ ສົ່ງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຄົມວິສາຫະກິດເພື່ອຮັບເອົາຄຳເຫັນປະກອບ. ຮ່າງແຜນການໄດ້ກຳນົດ 5 ທັດສະນະຕົ້ນຕໍ, ເປົ້າໝາຍລວມ ແລະເປົ້າໝາຍລະອຽດ ແຕ່ນີ້ມາຮອດປີ 2025 ແລະຮອດປີ 2030 ໃຫ້ແກ່ການປະຕິບັດເສດຖະກິດໝູນວຽນຢູ່ຫວຽດນາມ ເພື່ອຊຸກຍູ້ວິວັດການການຫັນປ່ຽນຮູບແບບເສດຖະກິດຕາມທິດຍືນຍົງ, ຫັນສິ່ງເສດເຫຼືອເປັນຊັບພະຍາກອນ,  ຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະການປ່ອຍອາຍພິດ ລົງລະດັບ 0 ໃນປີ 2050.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ ຢ້ຽມຊົມຮ້ານວາງສະແດງທີ່ເວທີປາໄສ. ພາບ: qdnd.vn

ບົນພື້ນຖານນັ້ນ, ຮ່າງແຜນການໄດ້ສະເໜີນຳໃຊ້ 16 ຕົວເລກຄາດໝາຍ ເພື່ອຕີລາຄາການປະຕິບັດເສດຖະກິດໝູນວຽນລະດັບຊາດ ໂດຍແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມຕົວເລກຄາດໝາຍກ່ຽວກັບການນຳໃຊ້ຊັບພະຍາກອນ ແລະວັດຖຸຢ່າງມີປະສິດທິຜົນ; ກຸ່ມຕົວເລກຄາດໝາຍກ່ຽວກັບການປະຢັດພະລັງງານ, ພັດທະນາພະລັງງານທົດແທນ; ກຸ່ມຕົວເລກຄາດໝາຍກ່ຽວກັບການແກ່ຍາວຮອບວຽນຂອງຜະລິດຕະພັນ, ຈຳກັດສິ່ງເສດເຫຼືອ ແລະຫຼຸດຜ່ອນຜົນກະທົບບໍ່ດີເຖິງສິ່ງແວດລ້ອມ; ກຸ່ມຕົວເລກຄາດໝາຍກ່ຽວກັບປະສິດທິຜົນທາງດ້ານເສດຖະກິດ-ສັງຄົມ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະຄວາມຍືນຍົງ.

ໂດຍ: ທູຈາງ