ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບມະຫາວິທະຍາໄລ Osaka Metropolitan
ກປ.ອອນໄລ - ທ່ານ ເຢືອງແອງດຶກ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ສະໜັບສະໜູນມະຫາວິທະຍາໄລ Osaka Metropolitan ເພີ່ມທະວີການຮ່ວມມື, ຊຸກຍູ້ການເຄື່ອນໄຫວແລກປ່ຽນ.
ຕອນຄ່ຳວັນທີ 2 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທີ່ການຕ້ອນຮັບທ່ານ Masahiro Tatsumisago, ຜູ້ອໍານວຍການມະຫາວິທະຍາໄລ Osaka Metropolitan (ຍີ່ປຸ່ນ), ທ່ານ ເຢືອງແອງດຶກ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສະແດງຄວາມປາດຖະໜາວ່າ ມະຫາວິທະຍາໄລ Osaka Metropolitan ຈະເພີ່ມທະວີການຮ່ວມມືກັບຮາກຖານການສຶກສາກໍ່ສ້າງ, ສະຖາບັນຄົ້ນຄ້ວາຂອງນະຄອນໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນໃນຂົງເຂດສາທາລະນະສຸກ, ຊັບພະຍາກອນມະນຸດດີຈີຕອນ, ເຕັກໂນໂລຊີສໍາຮອງ. ທ່ານ ເຢືອງແອງດຶກ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ສະໜັບສະໜູນມະຫາວິທະຍາໄລ Osaka Metropolitan ເພີ່ມທະວີການຮ່ວມມື, ຊຸກຍູ້ການເຄື່ອນໄຫວແລກປ່ຽນ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກພາຍຫຼັງການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານ Masahiro Tatsumisago ແບ່ງປັນວ່າ ມະຫາວິທະຍາໄລ Osaka Metropolitan ຖືມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ແມ່ນບັນດາຄູ່ຮ່ວມມືຍຸດທະສາດ; ຫວັງວ່າ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈະສ້າງເງື່ອນໄຂສະດວກໃຫ້ມະຫາວິທະຍາໄລ Osaka Metropolitan ເພີ່ມທະວີການຮ່ວມມື, ເພີ່ມຈຳນວນນັກສຶກສາດີເດັ່ນຂອງບັນດາມະຫາວິທະຍາໄລຂອງນະຄອນໄປຮຽນຢູ່ຍີ່ປຸ່ນ ແລະຜັນຂະຫຍາຍບັນດາໂຄງການຄົ້ນຄວ້າຊຸມຊົນຢູ່ນະຄອນ ໂຮ່ຈີມິນ.
ໂດຍ: ຈາງຫງວຽນ