ທະນາຄານໂລກຄາດຄະເນ GDP ຫວຽດນາມ ຈະບັນລຸຢູ່ລະດັບ 4,7% ໃນປີ 2023
ກປ.ອອນໄລ - ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 2 ຕຸລາ, ທະນາຄານໂລກ (WB) ຄາດຄະເນການເຕີບໂຕຂອງຫວຽດນາມ ໃນປີ 2023 ບັນລຸລະດັບ 4,7%. ຕາມ WB ແລ້ວ, ອັດຕາຄວາມທຸກຍາກຄາດວ່າຈະຫຼຸດລົງແຕ່ 3,2% ໃນປີ 2022 ເຫຼືອພຽງ 3% ໃນປີ 2023.
ຕາມ WB ແລ້ວ, ພື້ນຖານເສດຖະກິດຫວຽດນາມ ຕ້ອງປະເຊີນໜ້າກັບຄວາມສ່ຽງທີ່ກ່ຽວຂ້ອງເຖິງລະດັບການເຕີບໂຕຕ່ຳກ່ວາການຄາດຄະເນຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະຈີນ, ຄວາມຕ້ອງການຢູ່ຕ່າງປະເທດສຳລັບສິນຄ້າສົ່ງອອກປະເພດຕ່າງໆຂອງຫວຽດນາມ ຫຼຸດລົງ, ສົ່ງຜົນສະທ້ອນເຖິງການເຕີບໂຕ. ພ້ອມກັນນັ້ນຄວາມຕ້ອງການຢູ່ພາຍໃນປະເທດ ກໍ່ຖືກຢຸດສະຫງັກ, ແຕ່ຄາດຄະເນວ່າ ຍັງສືບຕໍ່ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕ.
ໃນໄລຍະຍາວ, ຫວຽດນາມ ມີຄວາມຫວັງຢາກກາຍເປັນປະເທດ ມີລາຍຮັບສູງໃນປີ 2045. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, WB ສະເໜີໃຫ້ຫວຽດນາມ ຕ້ອງຍົກສູງສະມັດຕະພາບຜ່ານການດັດປັບຂົງເຂດການເງິນ, ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບໃນການລົງທຶນສາທາລະນະ ເພື່ອແນໃສ່ແກ້ໄຂບັນຫາການຂາດເຂີນດ້ານພື້ນຖານໂຄງລ່າງ. ພ້ອມທັງສ້າງສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ພາກເອກະຊົນຢູ່ພາຍໃນປະເທດໄດ້ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ໄປຄຽງຄູ່ກັບການແກ້ໄຂຄວາມສ່ຽງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຍືນຍົງຂອງສະພາບແວດລ້ອມ.
ໂດຍ: ທູຈາງ