leftcenterrightdel
ບັນຍາກາດທີ່ພິທີປຸກລະດົມ. ພາບ: qdnd.vn

ຫົວຂໍ້ຂອງວັນສິ່ງແວດລ້ອມໂລກປີ 2023 ແມ່ນ “ມາດຕະການແກ້ໄຂມົນລະພິດຈາກສິ່ງເສດເຫຼືອພະລາດສະຕິກ”, ເຊິ່ງໃນນັ້ນສຸມໃສ່ປະຕິບັດບັ້ນຂົນຂວາຍ “ຕ້ານມົນລະພິດຈາກພະລາດສະຕິກ”. ຫົວຂໍ້ຂອງປີນີ້ໄດ້ເນັ້ນເຖິງເລື່ອງຫັນການໃຫ້ຄຳໝັ້ນສັນຍາ ເພື່ອໃຫ້ກາຍເປັນການກະທຳທີ່ແທດຈິງ, ໝູນໃຊ້ມາດຕະການຫຼຸດຜ່ອນການນຳໃຊ້ຢາງພະລາດສະຕິກໄດ້ຢ່າງທົ່ວເຖິງ, ວາງເປົ້າໝາຍສະກັດກັ້ນທ່າອ່ຽງທີ່ເຮັດໃຫ້ມົນລະພິດເພີ່ມຂຶ້ນ ແລະຄຸນນະພາບສິ່ງແວດລ້ອມຫຼຸດລົງ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມການປູກຕົ້ນໄມ້ຢູ່ບ້ານຫງີຖຸຍ, ເທດສະບານແຂວງເກືອຫຼໍ່, ແຂວງເງະອານ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີປຸກລະດົມ, ທ່ານ ດັ້ງກວກແຄ໊ງ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ສ່ວນບຸກຄົນ ແລະວິສາຫະກິດ ຈົ່ງມີການກະທຳຢ່າງແທດຈິງ ເພື່ອແກ້ໄຂບັນຫາມົນລະພິດຈາກສິ່ງເສດເຫຼືອພະລາດສະຕິກ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາທະເລ ແລະມະຫາສະໝຸດ; ຂຸດຄົ້ນ, ນຳໃຊ້ຊັບພະຍາກອນຢູ່ທະເລ ແລະໝູ່ເກາະແບບຍືນຍົງ.

ທີ່ພິທີ, ຄະນະຈັດຕັ້ງ ໄດ້ມອບທຸງຊາດໃຫ້ຜູ້ຕາງໜ້າຊາວປະມົງ ໃນບໍລິເວນແຂວງເງະອານ; ຈັດຂະບວນການທຳຄວາມສະອາດແຄມທະເລ, ປົກປັກຮັກສາສິ່ງແວດລ້ອມ, ປູກຕົ້ນໄມ້ຢູ່ຫາດຊາຍທະເລທີ່ເທດສະບານແຂວງເກືອຫຼໍ່.

ໂດຍ: ທູຈາງ