ຫວຽດນາມ ຫວັງວ່າ APEC ຈະປະກອບສ່ວນຍົກສູງປະສິດທິຜົນຂອງອົງການການຄ້າທົ່ວໂລກ
ກປ.ອອນໄລ - ກ່າວຄໍາເຫັນທີ່ກອງປະຊຸມລັດຖະມົນຕີການຄ້າເວທີປາໄສເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 29 (MRT 29), ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາພື້ນຖານເສດຖະກິດສະມາຊິກ APEC ຕ້ອງໃຫ້ບຸລິມະສິດປຶກສາຫາລືກ່ຽວກັບບັນຫາປະຕິຮູບອົງການການຄ້າໂລກ (WTO) ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນີ້.
    |
 |
ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າຫວຽດນາມ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ ທີ່ໜຶ່ງຂອງກອງປະຊຸມລັດຖະມົນຕີການຄ້າ (MRT) APEC ຄັ້ງທີ 29 (MRT 29). ພາບ: qltt.vn |
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກໍຊີ້ແຈ້ງວ່າບັນດາປະເທດສະມາຊິກ APEC ຕ້ອງສືບຕໍ່ມານະພະຍາຍາມເພື່ອປະຕິບັດບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 12 (MC12), ເພື່ອມຸ່ງໄປເຖິງບັນດາໝາກຜົນທີ່ແທດຈິງ ຢູ່ MC ຄັ້ງທີ 13 ຈະມາເຖິງ...
ຢູ່ນອກກອງປະຊຸມ MRT 29, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ຕ້ອນຮັບ ແລະເຮັດວຽກກັບທ່ານ Nishimura Yasutoshi ລັດຖະມົນຕີເສດຖະກິດ, ການຄ້າ ແລະອຸດສາຫະກໍາ ຍີ່ປຸ່ນ, ຜູ້ອໍານວຍການຂັ້ນສູງຮັບຜິດຊອບການພົວພັນລັດຖະບານທົ່ວໂລກຂອງກຸ່ມບໍລິສັດຂາຍຍ່ອຍ Walmart, ເຮັດວຽກກັບຜູ້ຕາງໜ້າສະພາໃຫ້ຄໍາປຶກສາທຸລະກິດ APEC, ຜູ້ຕາງໜ້າສະມາຄົມວິສາຫະກິດຂະໜາດນ້ອຍ ແລະກາງ ອາເມລິກາ ແລະບັນດາການເຄື່ອນໄຫວສອງຝ່າຍຕ່າງໆ.
ໂດຍ: ໄຊຊະນະ