leftcenterrightdel
ຜູ້ຊົມນະຄອນໂຮ່ຈີມິນ ນັບຫຼາຍໝື່ນຄົນໄດ້ມີໜ້າເພື່ອລໍຖ້າງານມະຫາກຳດົນຕີ Viettel Y- FEST. ພາບ: qdnd.vn

ຕອນຄໍ່າວັນທີ 21 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ງານມະຫາກຳດົນຕີ Viettel Y- FEST ໄດ້ດຳເນີນຢ່າງເປັນທາງການຢູ່ຖະໜົນຄົນຍ່າງ ຫງວຽນເຫວ້ ດ້ວຍການເຂົ້າຮ່ວມຂອງນັກຮ້ອງຊື່ດັ່ງຫຼາຍຄົນທີ່ພວມຮັບຄວາມນິຍົມຈາກໄວໜຸ່ມ. ມີຜູ້ຊົມ 20.000 ກວ່າຄົນມີໜ້າຢູ່ງານມະຫາກຳດົນຕີ, ອັນໄດ້ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນ. Livestream Viettel Y-FEST ໃນ Youtube ແລະ Facebook ໄດ້ດຶງດູດຜູ້ເຂົ້າຊົມເກືອບເຄິ່ງລ້ານຄົນ,  200.000 comment.

leftcenterrightdel
ລາຍການສະແດງຂອງເຟືອງລີ. ພາບ: qdnd.vn

ດ້ວຍສານ “ເຕັກໂນໂລຊີຈາກໝາກຫົວໃຈ” ແລະແນວຄວາມຄິດຈັດຕັ້ງງານມະຫາກຳດົນຕີ ເຊິ່ງຜູ້ຊົມແມ່ນໃຈກາງແຫ່ງການຄົ້ນຫາທຸກຢ່າງ, Y-FEST ບໍ່ພຽງແຕ່ແມ່ນບ່ອນເພື່ອໃຫ້ໄວໜຸ່ມໄດ້ຄົ້ນຫາລະບົບນິເວດຜະລິດຕະພັນ, ບໍລິການຂອງ Viettel Telecom ເທົ່ານັ້ນ ຫາກຍັງເປັນບ່ອນເພື່ອໃຫ້ພວກເພື່ອນປະດິດສ້າງທຸກສິ່ງທຸກຢ່າງຕາມແບບຂອງຕົນ.

leftcenterrightdel
ສະເໜີຕົວທູດລວງຕາເໝືອນຈິງທໍາອິດຢູ່ຫວຽດນາມ - ວີອານ. ພາບ: qdnd.vn

ກໍ່ທີ່ເຫດການງານມະຫາກຳດົນຕີນີ້, Viettel Telecom ໄດ້ສະເໜີຕົວທູດລວງຕາເໝືອນຈິງທໍາອິດຢູ່ຫວຽດນາມ ຢ່າງເປັນທາງການ - ດ້ວຍຊື່ວ່າ ວີອານ ໂດຍຖັນແຖວ ຫວຽດນາມ ສ້າງຂຶ້ນ ແລະພັດທະນາ.

ໂດຍ: ໄຊຊະນະ