leftcenterrightdel
ບັນດາຜູ້ແທນກົດປຸ່ມເປີດສັບປະດາການທ່ອງທ່ຽວທະເລ ແລະບາລູນ ຢູ່ແຂວງຖ໊າຍບິ່ງ ປີ 2023. ພາບ:ສໍານັກຂ່າວສານຫວຽດນາມ

ຕອນຄໍ່າວັນທີ 20 ພຶດສະພາ, ຢູ່ເຂດທ່ອງທ່ຽວນິເວດ ໂກນແດນ (ຕາແສງຖ໊າຍໂດ, ເມືອງຖ໊າຍຖຸ້ຍ, ແຂວງຖ໊າຍບິ່ງ), ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ສະມາຄົມທ່ອງທ່ຽວແຂວງຖ໊າຍບິ່ງ ໄດ້ຮ່ວມກັນຈັດພິທີເປີດສັບປະດາການທ່ອງທ່ຽວທະເລ ແລະບາລູນ.

ສັບປະດາການທ່ອງທ່ຽວທະເລ ແລະບາລູນ ຢູ່ແຂວງຖ໊າຍບິ່ງ ດໍາເນີນແຕ່ວັນທີ 20 ຫາວັນທີ 26 ພຶດສະພາ 2023, ດ້ວຍຫຼາຍກິດຈະກໍາທີ່ດຶງດູດໃຈ, ເປັນຄັ້ງທໍາອິດໄດ້ຈັດຕັ້ງຄື: ການຄົ້ນຫາຂີ່ບາລູນ; ງານບຸນແຕ່ງກາຍ - ຄາຣາວານ; ການສະແດງຂີ່ໄມ້ໂຢກເຢກ ດ້ວຍການແຕ່ງກາຍ ແລະອຸປະກອນຫາປາຂອງປະຊາຊົນແຄມທະເລ; ການສະແດງຂີ່ໄມ້ໂຢກເຢກເຕະບານຢູ່ຫາດຊາຍທະເລ; ງານບຸນອາຫານການກິນ, ຊື້ເຄື່ອງຂອງຕ່າງໆ, ງານວາງສະແດງຜະລິດຕະພັນ OCOP ແລະ ຜະລິດຕະພັນທີ່ເປັນເອກະລັກຂອງບັນດາເຂດພາກ. ຄຽງຂ້າງນັ້ນ, ຍັງມີບັນດາກິດຈະກໍາແຕ້ມຮູບສິລະປະ; ການສະແດງຄອນເສີດ...

ບັນດາກິດຈະກຳເຄື່ອນໄຫວໃນຂອບເຂດສັບປະດາການທ່ອງທ່ຽວແມ່ນມຸ່ງໄປເຖິງເປົ້າໝາຍເພີ່ມທະວີການໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ຊຸກຍູ້ບັນດາການເຄື່ອນໄຫວດ້ານການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ແຂວງຖ໊າຍບິ່ງ ໃນລະດູການທ່ຽວທ່ຽວ ປີ 2023. ພ້ອມທັງເປີດໂອກາດຊຸກຍູ້ການເຊື່ອມຈອດການພັດທະນາການທ່ອງທ່ຽວຂອງແຂວງຖ໊າຍບິ່ງ ກັບບັນດາທ້ອງຖິ່ນໃກ້ຄຽງ; ໜູນຊ່ວຍບັນດາວິສາຫະກິດ ດໍາເນີນທຸລະກິດການທ່ອງທ່ຽວ, ບັນດາຮາກຖານຜະລິດເຄື່ອງຜະລິດຕະພັນ OCOP ແລະຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ ໄດ້ຊອກຮູູ້, ເປີດກວ້າງຕະຫຼາດ, ສ້າງບັນດາລາຍການທ່ອງທ່ຽວທີ່ມີຄວາມດຶງດູດໃຈ ເພື່ອແນະນໍາໃຫ້ແຂກທ່ອງທ່ຽວ...

ໂດຍ: ໄຊຊະນະ