ຫວຽດນາມ ແມ່ນປະເທດ JICA ວາງຈຸດສຸມບຸລິມະສິດຮ່ວມມືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ນີ້ແມ່ນຄຳຢືນຢັນຂອງທ່ານ Sugano Yuichi, ຫົວໜ້າອົງການຕາງໜ້າຮ່ວມມືສາກົນ ຍີ່ປຸ່ນ ຄົນໃໝ່ (JICA) ຢູ່ ຫວຽດນາມ ໃນວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທີ່ການພົບປະກັບທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດທ່ານຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບທ່ານ Shimizu Akira, ຫົວໜ້າອົງການ JICA ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ ແລະສະເໜີຫົວໜ້າຜູ້ສືບທອດ ຄົນໃໝ່ Sugano Yuichi. ທ່ານ Sugano Yuichi ກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນທີ່ການນຳ ຍີ່ປຸ່ນ ຫຼາຍທ່ານມີຄວາມສົນໃຈ.

leftcenterrightdel
ທ່ານ Shimizu Akira  ຫົວໜ້າອົງການຕາງໜ້າຮ່ວມມືສາກົນຍີ່ປຸ່ນ (JICA). ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Shimizu Akira ຂໍສະແດງຄວາມຂອບອົບຂອບໃຈການສະໜັບສະໜູນຂອງກະຊວງການຕ່າງປະເທດ ຫວຽດນາມ ກໍ່ຄືທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ເອງ ຕໍ່ການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ JICA ຫວຽດນາມ ແລະ ກະໂຕທ່ານເອງ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ນັບແຕ່ເດືອນ ມີນາ 2020.

ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ ສະເໜີໃຫ້ທ່ານ Shimizu, ໃນຖານະຕຳແໜ່ງໃຫມ່ຢູ່ JICA ຍີ່ປຸ່ນ, ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ສຳລັບທ່ານຫົວໜ້າອົງການ JICA ຫວຽດນາມ ຄົນໃໝ່, ທ່ານຮອງລັດຖະມົນຕີ ຫວັງວ່າ ທ່ານ Sugano Yuichi  ຈະຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ທັງສອງຝ່າຍມີຄວາມສົນໃຈ; ຢັ້ງຢືນກະຊວງການຕ່າງປະເທດ ຫວຽດນາມ ຍາມໃດກໍ່ກຽມພ້ອມຮ່ວມມື, ໜູນຊ່ວຍເພື່ອໃຫ້ບັນດາໂຄງການຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ