ປຸກລະດົມຂະບວນການແຂ່ງຂັນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ
ກປ.ອອນໄລ - ວັນທີ 21 ມີນາ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຈັດຕັ້ງກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ, ວຽກງານຍ້ອງຍໍຊົມເຊີຍປີ 2022, ປຸກລະດົມຂະບວນການແຂ່ງຂັນຮັກຊາດປີ 2023 ແລະຂະບວນການແຂ່ງຂັນພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
    |
 |
ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ກ່າວຄໍາເຫັນຊີ້ນໍາ. ພາບ: ຮົ່ງຢາງ |
ປີ 2023, ຄະນະກໍາມະການປະຊາຊົນນະຄອນ ຮຽກຮ້ອງໃຫ້ແຕ່ລະຂະແໜງ, ທ້ອງຖິ່ນ ແລະພະນັກງານ, ລັດຖະກອນຕ້ອງຍົກສູງຄວາມຕັດສິນໃຈ, ຄວາມຮັບຜິດຊອບໃນການປະຕິບັດຂະບວນການແຂ່ງຂັນຮັກຊາດຢ່າງມີປະສິດທິຜົນ, ສູ້ຊົນປະຕິບັດສໍາເລັດ 17 ຕົວເລກຄາດໝາຍເສດຖະກິດ-ສັງຄົມ, ໃນນັ້ນສູ້ຊົນບັນລຸລະດັບເຕີບໂຕ GRDP 7,5-8%. ສໍາລັບຂະບວນການແຂ່ງຂັນພິເສດ, ມີ 6 ກຸ່ມເນື້ອໃນຈຸດສຸມ, ໃນນັ້ນສູ້ຊົນປະຕິບັດສໍາເລັດ 22 ຕົວເລກຄາດໝາຍ, 49 ໂຄງການ, ແຜນຮ່າງຂອງມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XI, ສຸມໃສ່ແຫຼ່ງກໍາລັງປະຕິບັດສໍາເລັດ 50 ກິດຈະການຈຸດສຸມຂັ້ນນະຄອນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຮົ່ງຢາງ |
ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານ ຫງວຽນວັນເນັນ, ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດຂະບວນການແຂ່ງຂັນຢ່າງມີຈຸດສຸມ, ບຸກທະລຸ, ຍົກສູງຄຸນນະພາບ, ໃກ້ຊິດຕິດແທດກັບໜ້າທີ່ການເມືອງ, ສ້າງກໍາລັງໜູນ ອັນໃຫຍ່ຫຼວງໃນຊີວິດສັງຄົມຂອງນະຄອນ.
ໂດຍ: ທູຈາງ