ຕາມຕົວເລກຫຼ້າສຸດຂອງກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນເດືອນ ກຸມພາ ປີ 2023 ບັນລຸກວ່າ 7,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ບັນລຸ 6,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6%.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າຄາດວ່າບັນລຸກວ່າ 13 ຕື້ໂດລາສະຫະລັດໃນ 2 ເດືອນຕົ້ນປີ. ໃນ 2 ເດືອນຕົ້ນປີ, ຫວຽດນາມ ມີສິນຄ້າສົ່ງອອກໄປຍັງອາເມລິກາ 4 ປະເພດບັນລຸຍອດມູນຄ່າກວ່າ 1 ຕື້ໂດລາສະຫະລັດ, ລວມມີ: ເຄື່ອງກົນຈັກ, ອຸປະກອນ, ເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕນິກ ແລະເຄື່ອງອາໄຫຼ່, ໂທລະສັບທຸກປະເພດ ແລະເຄື່ອງອາໄຫຼ່ ແລະເຄື່ອງຕໍ່າແຜ່ນຕັດຫຍິບ. ໃນເດືອນ ກຸມພາ, ໃບສັ່ງຊື້ສິນໃນນ້ຳຂອງຫວຽດນາມ ກໍ່ມີສັນຍານທີ່ດີ, ດ້ວຍວົງເງິນສົ່ງອອກ ບັນລຸ 164 ລ້ານໂດລາສະຫະລັດ.

ທ່ານ ເຈິ່ນແທງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ, ໃຫ້ຮູ້ວ່າ: “ເບິ່ງລວມແລ້ວ ທ່າອ່ຽງສົ່ງອອກສິນຄ້າຂອງພວກເຮົາມີລະດັບເຕີບໂຕດີພໍສົມຄວນ. ຄ່າຂົນສົ່ງພິເສດແມ່ນບັນດາຕະຫຼາດຢູ່ເຂດຫ່າງໄກຄື ອາເມລິກາ, ເອີລົບ ກັບຄືນລະດັບເກົ່າຄືກ່ອນທີ່ເກີດພະຍາດໂຄວິດ-19, ຊ້ຳບໍ່ໜຳມີບາງໄລຍະຍັງຕ່ຳກວ່າອີກ. ຍ້ອນເຫດນັ້ນ, ນີ້ກໍ່ແມ່ນປັດໄຈສະດວກ ເພື່ອໃຫ້ວິສາຫະກິດຂອງພວກເຮົາ ສາມາດຍູ້ແຮງການສົ່ງອອກ, ແລກປ່ຽນການຄ້າເວົ້າລວມ.”

ໂດຍ: ທະນາພອນ