ທະນາຄານໄທ ໃຫ້ຂໍ້ສັງເກດວ່າ ບັນດາປະເທດ CLMV ຈະເຕີບໂຕແຮງກວ່າ
ກປ.ອອນໄລ - ສູນສືບຂ່າວເສດຖະກິດສັງກັດທະນາຄານການຄ້າ Siam (SCB EIC) ຂອງໄທ ມີບົດລາຍງານໃນວັນທີ 1 ກຸມພາ ໄດ້ໃຫ້ຂໍ້ສັງເກດວ່າບັນດາປະເທດ CLMV ລວມມີກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ ຈະບັນລຸໄດ້ທ່າເຕີບໂຕແຮງກວ່າໃນປີ 2023 ແຕ່ຍັງຕໍ່າກວ່າລະດັບເຕີບໂຕກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ.
ບົດລາຍງານຂອງ SCB EIC ຖືວ່າການຟື້ນຟູຈະບໍ່ສະໝ່ຳສະເໝີລະຫວ່າງບັນດາປະເທດ, ຫາກຂຶ້ນກັບບັນດາຫຼັກການເສດຖະກິດພື້ນຖານ ແລະຄວາມສ່ຽງລະອຽດຂອງແຕ່ລະປະເທດ. ຕາມນັ້ນແລ້ວ, SCB EIC ຄາດວ່າພື້ນຖານເສດຖະກິດກໍາປູເຈຍ ຈະເຕີບໂຕໃນລະດັບ 5,5% ໃນປີນີ້, ລາວ ແລະມຽນມາ ເຕີບໂຕ 3,0%, ຫວຽດນາມ ບັນລຸລະດັບເຕີບໂຕ 6,2%.
ບົດລາຍງານໃຫ້ຂໍ້ສັງເກດວ່າຄວາມຕ້ອງການພາຍໃນ ແລະການທ່ອງທ່ຽວຈະແມ່ນກໍາລັງໜູນຕົ້ນຕໍໃຫ້ແກ່ການຟື້ນຟູເສດຖະກິດຂອງບັນດາປະເທດ CLMV ໃນປີ 2023. ຕາມ SCB EIC ແລ້ວ, ຄວາມຕ້ອງການພາຍໃນບັນດາປະເທດຈະໄດ້ຮັບການໜູນຊ່ວຍຈາກການປັບປຸງຕະຫຼາດແຮງງານ, ສະແດງອອກຜ່ານເລື່ອງວຽກເຮັດງານທຳໃນໄຕມາດ IV/2022 ຂອງຫວຽດນາມ ເພີ່ມຂຶ້ນສູງສຸດນັບແຕ່ ເມື່ອພະຍາດໂຄວິດ-19 ແຜ່ລະບາດ.
    |
 |
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ |
ໃນຂະນະນັ້ນ, ຂົງເຂດບໍລິການຈະໄດ້ຮັບຜົນປະໂຫຍດຈາກຈໍານວນນັກທ່ອງທ່ຽວເພີ່ມຂຶ້ນໃນປີນີ້, ພິເສດແມ່ນນັກທ່ອງທ່ຽວຈີນ-ກວມປະມານ 30-35% ຍອດຈໍານວນນັກທ່ອງທ່ຽວຕ່າງປະເທດປີ 2019.
ຈີນໄດ້ອະນຸຍາດໃຫ້ບັນດາລາຍການທ່ອງທ່ຽວຕ່າງປະເທດຕາມກຸ່ມເຖິງ ກໍາປູເຈຍ ແລະລາວເລີ່ມແຕ່ວັນທີ 6 ກຸມພາ ຈະມາເຖິງ ແລະຄາດວ່າຈະເພີ່ມສະຖານທີ່ທ່ອງທ່ຽວຫຼາຍແຫ່ງເຂົ້າບັນຊີລາຍຊື່ໂດຍໄວ. ໃນຂະນະນັ້ນ, ກໍາປູເຈຍ ແລະຫວຽດນາມກຽມພ້ອມຮັບຜົນປະໂຫຍດຫຼາຍທີ່ສຸດຈາກການຟື້ນຟູຂອງຂະແໜງທ່ອງທ່ຽວ.
ກົງການຂ້າມ, ບົດລາຍງານຂອງ SCB EIC ໃຫ້ຖືວ່າຄວາມຕ້ອງການຂອງຕ່າງປະເທດຫຼຸດລົງພ້ອມກັບພື້ນຖານເສດຖະກິດທົ່ວໂລກຊຸດໂຊມອາດຈະຮັບຜົນສະທ້ອນເຖິງການສົ່ງອອກ ແລະການລົງທຶນໂດຍກົງຕ່າງປະເທດ (FDI) ຂອງບັນດາປະເທດ CLMV.
SCB EIC ກໍ່ໃຫ້ຂໍ້ສັງເກດວ່າ ເລື່ອງຈີນ ເປີດປະເທດອາດຈະຫຼຸດຜ່ອນຜົນກະທົບບໍ່ດີສ່ວນໃດສ່ວນໜຶ່ງເຖິງຕໍ່ການສົ່ງອອກ ແລະ FDI. ເຖິງຢ່າງໃດກໍ່ຕາມ, ຍັງມີບັນດາຄວາມສ່ຽງນັ້ນແມ່ນຄວາມຕ້ອງການພາຍນອກອາດຈະເຮັດໃຫ້ຄວາມຕ້ອງການພາຍໃນຫຼຸດລົງ, ການຜະລິດປະດິດສ້າງ ແລະວຽກເຮັດງານທຳຂອງບັນດາປະເທດ CLMV.
ໂດຍ: ໄຊນີດາ