ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງ ແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ. ກ່າວຄຳເຫັນຊີ້ນຳ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃນເບື້ອງຕົ້ນໃຫ້ໜູນຊ່ວຍແຂວງ ດັກລັກ ເປັນເງິນຈຳນວນ 500 ຕື້ດົ່ງ; ແຂວງ ເລິມດົ່ງ 300 ຕື້ດົ່ງ, ແຂວງຢາລາຍ 150 ຕື້ດົ່ງ, ແຂວງ ແຄ໊ງຮວ່າ 150 ຕື້ດົ່ງ… ເພື່ອຊ່ວຍປະຊາຊົນເຮັດເຮືອນຢູ່, ແກ້ໄຂຊັນສິນສາທາລະນະ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ທີ່ກອງປະຊຸມທາງໄກ. ພາບ: baochinhphu.vn

ທ່ານນາຍົກລັດຖະມົນຕີ ສະເໜີສຸມໃສ່ກວດກາຄືນ, ໜູນຊ່ວຍ, ສ້ອມແປງເຮືອນຢູ່ທີ່ຖືກເປ່ເພປະມານ 1.900 ຫຼັງ. ການສ້ອມແປງຕ້ອງປະຕິບັດສຳເລັດກ່ອນວັນທີ 30 ພະຈິກ 2025. ກ່ຽວກັບໂຮງຮຽນ, ຫ້ອງຮຽນໃຫ້ນັກຮຽນ, ສຸກສາລາ, ໂຮງໝໍ, ທ່ານນາຍົກລັດຖະມົນຕີ ສະເໜີກວດກາຄືນ, ລາຍງານກ່ອນວັນທີ 30 ພະຈິກ.

ສະເໜີໃຫ້ການນຳບັນດາແຂວງ ດັກລັກ, ແຄ໊ງຮວ່າ, ຢາລາຍ, ເລິມດົ່ງ ຕິດຕາມບໍລິເວນ, ປະຊາຊົນ ແລະການຊີ້ນຳຂອງທຸກຂັ້ນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຢູ່ທ້ອງຖິ່ນ; ກຳແໜ້ນສະພາບການຢ່າງແໜ້ນແຟ້ນ, ເຮັດໃຫ້ສະພາບການຂອງປະຊາຊົນ, ການດຳລົງຊີວິດໃຫ້ເປັນປົກກະຕິໂດຍໄວ, ເປັນເຈົ້າການສະເໜີບັນດາກົນໄກ, ນະໂຍບາຍປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃຫ້ໄວທີ່ສຸດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ