ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມດ່ວນທາງໄກຈາກອານເຊຣີ ເພື່ອຊີ້ນຳວຽກງານຮັບມືກັບພາຍຸນ້ຳຖ້ວມ, ໄພທຳມະຊາດ, ກູ້ໄພກູ້ຊີບ
ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກອານເຊຣີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກ ກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນ ເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດຢູ່ບັນດາແຂວງພາກກາງ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄ໋ງຮວ່າ.
ທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ໄດ້ສົ່ງຄຳແບ່ງເບົາກັບອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນທີ່ພວມຖືກຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ຊ່ວຍເຫຼືອທັນຍາຫານ, ສະບຽງອາຫານໃຫ້ແກ່ປະຊາຊົນໃນທັນທີ. ສະເໜີໃຫ້ສືບຕໍ່ຜະລິດອາຫານແຫ້ງ, ຊອກທຸກວິທີທາງເພື່ອສົ່ງອາຫານໄປເຖິງ 4 ແຂວງທີ່ພວມຖືກຜົນກະທົບຈາກໄພພິບັດ. ນຳໃຊ້ເຮືອບິນເຮລີກອບແຕ, ໂດຣນ ເພື່ອຊ່ວຍເຫຼືອປະຊາຊົນ, ຂົນສົ່ງສະບຽງອາຫານໃຫ້ໄປເຖິງບ່ອນທີ່ເສັ້ນທາງຖືກຕັດຂາດ. ແກ້ໄຂບັນຫາບ່ອນຢູ່ອາໄສໃຫ້ແກ່ປະຊາຊົນ. ເຮືອນຫຼັງໃດຖືກພັງທະລາຍແລ້ວ, ຕ້ອງຈັດບ່ອນຢູ່ຊົ່ວຄາວໃຫ້ເຂົາເຈົ້າ ໃນທັນທີ”.
    |
 |
|
ຈາກອານເຊຣີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມດ່ວນທາງໄກຊີ້ນຳວຽກງານຮັບມືກັບພາຍຸນ້ຳຖ້ວມ, ໄພທຳມະຊາດ, ກູ້ໄພກູ້ຊີບ. ພາບ: baochinhphu.vn |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໄປຄຽງຄູ່ກັບການແກ້ໄຂຜົນຮ້າຍຢ້ອນຫຼັງ, ຕ້ອງຟື້ນຟູການຜະລິດ, ດຳເນີນທຸລະກິດ, ວຽກເຮັດງານທຳ, ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ; ມີນະໂຍບາຍໜູນຊ່ວຍດ້ານການເງິນ ແລະ ສິນເຊື່ອໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນໄລຍະຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຈິດໃຈຮັກແພງຊ່ວຍເຫຼືອກັນຂອງປະຊາຊົນໃນທົ່ວປະເທດ, ຜູ້ໃຈບຸນໃຈກຸສົນຈົ່ງໃຫ້ການຊ່ວຍເຫຼືອຢ່າງຮອບດ້ານໃນທຸກຂົງເຂດດ້ວຍທຸກຄວາມສາມາດ.
ໂດຍ: ກວຽດເຕິມ