leftcenterrightdel
ການເຄື່ອນໄຫວໜູນຊ່ວຍເຂດຖືກໄພທຳມະຊາດຢູ່ແຂວງຢາລາຍ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 21 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດບ້ວງເງິນອຸປະຖຳຮີບດ່ວນມີມູນຄ່າ 1 ລ້ານໂດລາສະຫະລັດ. ບ້ວງເງິນອຸປະຖຳດັ່ງກ່າວແມ່ນ ເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮັບມືຢ່າງຮີບດ່ວນພາຍຫຼັງພາຍຸ, ໄດ້ຮັບການຜັນຂະຫຍາຍຜ່ານອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ. ບ້ວງເງິນດັ່ງກ່າວສຸມໃສ່ການໜູນຊ່ວຍປະຊາຊົນທີ່ຕ້ອງຖືກຍົກຍ້າຍຊົ່ວຄາວ ແລະບັນດາປະຊາຄົມທີ່ຖືກຜົນສະທ້ອນຈາກພາຍຸລູກໃຫຍ່ທີ່ທຳລາຍທາງພາກເໜືອນັບແຕ່ທ້າຍເດືອນກັນຍາ ຜ່ານມາ.

ໃນວັນດຽວກັນ, ສະຖານທູດອັງກິດ ກໍ່ໃຫ້ຮູ້ວ່າ ລັດຖະບານລາຊະອານາຈັກອັງກິດ ຫາກໍ່ປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມທີ່ມີມູນຄ່າ 392.000 ໂດລາສະຫະລັດ ເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບຢູ່ທາງພາກກາງຫວຽດນາມ ໃນບັນດາເຫດພາຍຸ, ນ້ຳຖ້ວມຫວ່າງມໍ່ໆມານີ້. ບ້ວງເງິນໜູນຊ່ວຍເພີ່ມເຕີມນີ້ຈະໄດ້ຜັນຂະຫຍາຍຜ່ານ UNICEF ແລະສົມທົບກັນຢ່າງແໜ້ນແຟ້ນກັບກົມຄຸ້ມຄອງຄັນຄູ ແລະປ້ອງກັນ, ຕ້ານໄພທຳມະຊາດຫວຽດນາມ (VDDMA). ການສະໜອງບ້ວງເງິນໜູນຊ່ວຍດັ່ງກ່າວໄດ້ຍົກຈຳນວນເງິນໜູນຊ່ວຍຮີບດ່ວນຂອງ ອັງກິດ ໃນປີ 2025 ຂຶ້ນເປັນປະມານ 1,05 ລ້ານໂດລາສະຫະລັດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ