ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຄະນະຜູ້ແທນເກືອບ 70 ຄະນະທີ່ຕາງໜ້າໃຫ້ 90 ປະເທດສະມາຊິກ ແລະລັດຖະບານສະມາຊິກຂອງອົງການຝຣັ່ງໂກໂຟນີສາກົນ (OIF). ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳປະເທດຝຣັ່ງ.

leftcenterrightdel
ທ່ານ ດິງຕວານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຝຣັ່ງ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງຕວ່ານຖັງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນຕໍ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງຊາຍ, ມອບສິດໃຫ້ແກ່ແມ່ຍິງ ແລະບັນລຸໄດ້ຜົນງານຫຼາຍຢ່າງໃນຂົງເຂດນີ້. ຫວຽດນາມ ສະໜັບສະໜູນຢ່າງແຮງຕໍ່ຄວາມມານະພະຍາຍາມຂອງຝຣັ່ງໂກໂຟນີ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ມອບສິດໃຫ້ແກ່ແມ່ຍິງ ແລະເດັກຍິງ ໂດຍຜ່ານການຜັນຂະຫຍາຍປະຕິບັດຍຸດທະສາດຄວາມສະເໝີພາບລະຫວ່າງຍິງຊາຍ ຝຣັ່ງໂກໂຟນີ ແລະບັນດາໂຄງການ, ຂໍ້ລິເລີ່ມທີ່ກ່ຽວຂ້ອງຢ່າງຕັ້ງໜ້າ.

ກອງປະຊຸມໄດ້ຕີລາຄາສູງຕໍ່ບັນດາຜົນງານ, ໂດຍຖືຫວຽດນາມເປັນແບບຢ່າງທີ່ພົ້ນເດັ່ນ ແລະປະສົບຜົນສຳເລັດໃນຂົງເຂດຄວາມສະເໝີພາບລະຫວ່າງຍິງຊາຍ, ມອບສິດໃຫ້ແກ່ແມ່ຍິງ. ກອງປະຊຸມກໍ່ໄດ້ຊົມເຊີຍບັນດາການປະກອບສ່ວນຕັ້ງໜ້າຂອງຫວຽດນາມ ໃນການຍົກສູງພາບພົດ, ສຽງເວົ້າຂອງຝຣັ່ງໂກໂຟນີໃນພາກພື້ນອາຊີ-ປາຊີຟິກ ແລະບັນດາວຽກງານທີ່ຄະນະກຳມະການຂອງ OIF, ປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນຂອງບັນດາໂຄງການ ແລະການເຄື່ອນໄຫວທີ່ລະອຽດຂອງ OIF ໃນຂົງເຂດຕ່າງໆ.

ໂດຍ: ຈາງຫງວຽນ