ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ປະຕິບັດສຳເລັດບັນດາໜ້າທີ່ຕ້ານການຂຸດຄົ້ນ IUU ໃຫ້ຖືກກັບເວລາ
ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຟ້າມມິນຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ ທີ່ວາລະປະຊຸມທາງໄກ ຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
ຕາມບົດລາຍງານ, ໃນອາທິດຜ່ານມາ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະຕິບັດສຳເລັດ 85/99 ໜ້າທີ່ (ເພີ່ມຂຶ້ນ 30 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ), ພວມສືບຕໍ່ຜັນຂະຫຍາຍ 14 ໜ້າທີ່ຕາມລະດັບຄວາມຄືບໜ້າທີ່ນາຍົກລັດຖະມົນຕີ ມອບໝາຍໃຫ້.
    |
 |
|
ທ່ານ ຟ້າມມິນຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baochinhphu.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ພ້ອມກັບການຫັນປ່ຽນຢ່າງຕັ້ງໜ້າໃນການຈັດການແກ້ໄຂການລະເມີດກົດໝາຍກ່ຽວກັບການຂຸດຄົ້ນ IUU, ຍັງມີ 5 ທ້ອງຖິ່ນທີ່ຍັງບໍ່ທັນປະຕິບັດສຳເລັດການຈັດການແກ້ໄຂການລະເມີດການບໍລິຫານ, ແມ່ນ: ແຄ໊ງຮ່ວາ, ນະຄອນໂຮ່ຈີມິນ, ກ່າເມົາ, ອານຢາງ, ໄຕນິງ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າໃນອາທິດຈະມາເຖິງ, 5 ແຂວງ, ນະຄອນຕ້ອງແກ້ໄຂບັນຫາທີ່ຍັງຄົງຄ້າງນີ້ຢ່າງເດັດຂາດ. “ຜູ້ນຳໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮັບຜິດຊອບໂດຍກົງ, ຮອບດ້ານຖ້າປະໃຫ້ເກີດສະພາບກຳປັ່ນຫາປາລະເມີດ ຫຼື ເຮັດໃຫ້ການແກ້ໄຂ “ບັດເຫຼືອງ” ຊັກຊ້າ. ປະຕິບັດຢ່າງເຂັ້ມງວດ, ອັບເດດຂໍ້ມູນໃນບັນດາຖານຂໍ້ມູນອາຊີບການປະມົງ, ຖານຂໍ້ມູນແຫ່ງຊາດກ່ຽວກັບອາຊີບການປະມົງຢ່າງຄົບຖ້ວນ, ຈັດການແກ້ໄຂການລະເມີດການບໍລິຫານໃນຂົງເຂດສິນໃນນ້ຳ”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ ເປັນເຈົ້າການ, ສົມທົບກັບກະຊວງປ້ອງກັນປະເທດ ຜັນຂະຫຍາຍ, ປະຕິບັດລະບຽບຂໍ້ກຳນົດສົມທົບລະຫວ່າງຂະແໜງການກ່ຽວກັບການຕ້ານການຂຸດຄົ້ນ IUU ໃຫ້ມີປະສິດທິຜົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ