ປຸກລຸກຄວາມເຊື່ອໝັ້ນອັນໝັ້ນແກ່ນຕໍ່ອະນາຄົດອັນສົດໃສຂອງຫວຽດນາມ
ກປ.ອອນໄລ - ໃນບົດຂຽນທີ່ລົງພິມໃນໜັງສືພິມ Sputnik ວັນທີ 24 ພະຈິກ, ທ່ານ ຮສຈ Piotr Tsvetov ຢູ່ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດລັດເຊຍ ຕີລາຄາຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ປຸກລຸກຄວາມເຊື່ອໝັ້ນອັນໝັ້ນແກ່ນຕໍ່ອະນາຄົດອັນສົດໃສຂອງປະເທດ.
ທ່ານ ຮສຈ Piotr Tsvetov ເນັ້ນໜັກວ່າ: “ຕາມມູນເຊື້ອມີມາແຕ່ດົນນານ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປະກາດຮ່າງເອກະສານ ເຊິ່ງຈະໄດ້ປຶກສາຫາລື ແລະຮັບຮອງເອົາທີ່ກອງປະຊຸມໃຫຍ່ຄັ້ງທີ XIV. ພາຍຫຼັງອ່ານຮ່າງເອກະສານສະບັບດັ່ງກ່າວແລ້ວ, ຂ້າພະເຈົ້າ ຮູ້ສຶກເອກອ້າງທະນົງໃຈກ່ຽວກັບຫວຽດນາມ. ຮ່າງເອກະສານກອງປະຊຸມໃຫຍ່ ໄດ້ສ່ອງແສງໃຫ້ເຫັນຄວາມສະຫຼາດສ່ອງໃສຂອງຄະນະການນຳພັກກອມມູນິດຫວຽດນາມ, ໄດ້ປຸກລຸກຄວາມເຊື່ອໝັ້ນອັນໝັ້ນແກ່ນຕໍ່ອະນາຄົດອັນສົດໃສຂອງຫວຽດນາມ ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ”.
ໂດຍ: ເຈິ່ນຮວ່ຽນ