leftcenterrightdel
ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະກະຊວງອຸດສາຫະກໍາ ແລະການຄ້າ ລາວ ເປັນປະທານເວທີປາໄສ. ພາບ: ຫາຍຕ໊ຽນ.

ທ່ານ ໂດ້ກ໊ວກຮຶງ, ຮອງຫົວໜ້າກົມຕະຫຼາດອາຊີ-ອາຟຣິກາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງຈາກ 823,4 ລ້ານໂດລາສະຫະລັດ ໃນປີ 2016 ຂຶ້ນເປັນ 1,37 ຕື້ໂດລາສະຫະລັດ ໃນປີ 2021. ລະດັບການເຕີບໂຕການຄ້າສະເລ່ຍ ບັນລຸກວ່າ 10% ຕໍ່ປີ.

ພິເສດ, ໃນ 10 ເດືອນຕົ້ນປີ 2022, ວົງເງິນການຄ້າ ຫວຽດນາມ-ລາວ ບັນລຸ 1,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ທ່ານ ໂດ້ກ໊ວກຮຶງ ກ່າວວ່າ “ຄາດວ່າ ດ້ວຍລະດັບເຕີບໂຕຄືດັ່ງກ່າວ, ວົງເງິນການຄ້າລະຫວ່າງສອງປະເທດ ຈະບັນລຸ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ”.  

ຕາມທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າ ລາວ ແລ້ວ ເພື່ອບັນລຸເປົ້າໝາຍ 2 ຕື້ໂດລາສະຫະລັດ ໂດຍໄວ, ຄຽງຂ້າງການເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍັງຕ້ອງຊີ້ແຈ້ງຂໍ້ຈຳກັດ, ຂໍ້ຄົງຂ້າງກ່ຽວກັບກົນໄກ, ນະໂຍບາຍ ແລະລະບຽບການບໍລິຫານທີ່ຈະຕ້ອງແກ້ໄຂ.

ຕາມຜູ້ຕາງໜ້າວິສາຫະກິດຫວຽດນາມ ຢູ່ ລາວ ແລ້ວ, ເພື່ອບັນລຸເປົ້າໝາຍ 2 ຕື້ໂດລາສະຫະລັດ ໂດຍໄວ, ລັດຖະບານລາວ ແລະລັດຖະບານຫວຽດນາມ ຄວນຄົ້ນຄວ້າຜັນຂະຫຍາຍການຍົກລະດັບເສັ້ນທາງເຊື່ອມຕໍ່ຫວຽດນາມ - ລາວ ໂດຍໄວ, ໃນນັ້ນຈຳເປັນຕ້ອງກໍ່ສ້າງເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ໂດຍໄວ ເພື່ອຊ່ວຍປະຢັດເວລາ ແລະຄ່າໃຊ້ຈ່າຍໃນການນຳເຂົ້າ ແລະສົ່ງອອກສິນຄ້າລະຫວ່າງຫວຽດນາມ ແລະລາວ.

ໂດຍ: ໄຊຊະນະ