ລາຍການໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງ, ຄື: ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ; ເຜີຍແຜ່ຂໍ້ກຳນົດກົດໝາຍວ່າດ້ວຍການປ້ອງກັນ ແລະຕ້ານການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກຢາເສບຕິດ; ຈັດຕັ້ງການແຂ່ງຂັນຊອກຮູ້ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໃຫ້ນັກສຶກສາຂອງ 3 ໂຮງຮຽນມັດທະຍົມຕອນຕົ້ນໃນບໍລິເວນ...

leftcenterrightdel
ຜູ້ຕາງໜ້າຕໍາຫຼວດທະເລເຂດ 3 ມອບຂອງຂວັນໃຫ້ພວກນ້ອງນັກຮຽນ. ພາບ: ດຶ໊ກທິ້ງ.

ເນື່ອງໃນໂອກາດນີ້, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ມອບຂອງຂວັນ 300 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຊາວປະມົງປະສົບກັບຄວາມຫຍຸ້ງຍາກ (1 ລ້ານດົ່ງ/ພູດ); ມອບທຸງຊາດ 2.000 ຜືນໃຫ້ຊາວປະມົງ; ມອບທຶນການສຶກສາ 120 ທຶນ ແລະລົດຖີບ 20 ຄັນໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງ...

ໂດຍ: ເຈິ່ນຮວ່ຽນ