leftcenterrightdel
ທ່ານນາງ Aler Grubbs ຜູ້ອໍານວຍການແຫ່ງຊາດ USAID ປະຈໍາ ຫວຽດນາມ ແລະ ປອ. ຮ່າແອັງດຶກ ຫົວໜ້າຫ້ອງວ່າການກະຊວງສາທາລະນະສຸກຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຕັດແຖບຜ້າເປີດໂຄງການໜູນຊ່ວຍຕິດຕັ້ງລະບົບອົກຊີແຊນແຫຼວ ຢູ່ 10 ໂຮງໝໍ. ພາບ: USAID.

ທີ່ຜ່ານມາ, ການຕິດຕັ້ງລະບົບອົກຊີແຊນແຫຼວ ໂດຍ USAID ອຸປະຖໍາ ຢູ່ 13 ໂຮງໝໍສັງກັດ 5 ແຂວງ, ນະຄອນໃນທົ່ວປະເທດ ໄດ້ສໍາເລັດ ແລະໄດ້ຮັບຄວາມຫວັງວ່າຈະຊ່ວຍປົວແປງການເບິ່ງແຍງດູແລບັນດາຄົນເຈັບທີ່ຕິດພະຍາດໂຄວິດ-19 ໜັກ ກໍຄື ຄົນເຈັບທີ່ຕິດພະຍາດທາງເດີນຫາຍໃຈອື່ນ.

ສະຖານທູດອາເມລິກາ ປະຈໍາ ຫວຽດນາມ ເນັ້ນໜັກວ່າການໜູນຊ່ວຍນີ້ປະກອບສ່ວນປັບປຸງການພົວພັນຮ່ວມມືດ້ານສາທາລະນະສຸກ ຢ່າງຍາວນານກວ່າອີກລະຫວ່າງອາເມລິກາ ແລະຫວຽດນາມ ເມື່ອສອງປະເທດ ກໍາລັງມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2023.

ທ່ານນາງ Aler Grubbs ຜູ້ອໍານວຍການແຫ່ງຊາດ USAID ປະຈໍາ ຫວຽດນາມ ເນັ້ນໜັກວ່າ “ລັດຖະບານອາເມລິກາ ຮູ້ສຶກພາກພູມໃຈທີ່ໄດ້ໜູນຊ່ວຍລັດຖະບານຫວຽດນາມ ໃນວຽກງານຮັບມືກັບພະຍາດໂຄວິດ-19 ແລະຊຸກຍູ້ຄວາມໝັ້ນຄົງດ້ານສາທາລະນະສຸກ. 13 ລະບົບອົກຊີແຊນແຫຼວ ທີ່ຫາກໍ່ຕິດຕັ້ງນີ້ຈະຊ່ວຍປົວແປງການບໍລິການສົ່ງເສີມສຸຂະພາບທີ່ຈໍາເປັນຢູ່ 5 ແຂວງ ໄດ້ຫຼາຍສົມຄວນ. ປີໜ້ານີ້, ພວກຂ້າພະເຈົ້າ ຈະສະໜອງອົກຊີແຊນແຫຼວໃຫ້ຫວຽດນາມ ຕື່ມອີກ 10 ລະບົບ ຢູ່ 6 ແຂວງອື່ນອີກ ເພື່ອສືບຕໍ່ເພີ່ມທະວີລະບົບສົ່ງເສີມສຸຂະພາບແຫ່ງຊາດ ແລະກອບກູ້ເອົາຊີວິດຂອງຄົນເຈັບ”.

ໂດຍ: ໄຊຊະນະ