leftcenterrightdel
ບັນດານັກຊ່ຽວຊານແລກປ່ຽນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ບັນດານັກປາຖະກະຖາ ຖືວ່າ ພູມປັນຍາແມ່ນຊັບສິນບໍ່ມີຕົນຕົວ ແຕ່ນໍາມາເຊິ່ງຄຸນຄ່າອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງຫຼາຍປະເທດ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າ ຫວຽດນາມ ໄດ້ ແລະກໍາລັງປັບປຸງລະບົບກົດໝາຍວ່າດ້ວຍສິດຊັບສິນທາງປັນຍາຢ່າງບໍ່ຢຸດຢັ້ງ, ພິພາກສາຫຼາຍຄະດີກ່ຽວກັບສິດຊັບສິນທາງປັນຍາ ແຕ່ການລະເມີດສິດນີ້ຍັງດໍາເນີນຢ່າງສັບສົນ, ບັນດາການກະທໍາລະເມີດສິດຊັບສິນທາງປັນຍານັບມື້ນັບລະອຽດແຍບຍົນ. ພິເສດ, ບັນດາຜະລິດຕະພັນດົນຕີ, ຮູບເງົາ, ເລື່ອງພາບ... ຖືກລະເມີດສິດຊັບສິນທາງປັນຍາຫຼາຍທີ່ສຸດ. ສະນັ້ນ, ຫວຽດນາມ ຄວນມີການກະທໍາຢ່າງຂ້ຽວຂາດກວ່າອີກ, ຍ້ອນການປົກປ້ອງສິດຊັບສິນທາງປັນຍາ ກໍ່ແມ່ນການປົກປ້ອງການພັດທະນາຂອງປະເທດຊາດ.

ໂດຍ: ຈາງຫງວຽນ