leftcenterrightdel
ຮວ່າງມິງຫຽວ ນັກຮຽນ ມ5 ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ - Amsterdam. ພາບ: giaoducthoidai.vn

ຮວ່າງມິງຫຽວ, ນັກຮຽນ ຫ້ອງ ມ5 ຄະນິດສາດ 1  ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ - Amsterdam ຫາກໍ່ໄດ້ຮັບນາມມະຍົດແມ່ນແຊມປ້ຽນຂອງສະຫະພັນກິລາໝາກຮຸກສາກົນ ຈາກສະຫະພັນກິລາໝາກຮຸກສາກົນ FIDE ພາຍຫຼັງທີ່ຍາດໄດ້ຜົນງານດີເລີດໃນການແຂ່ງຂັນຊີງລາງວັນສາກົນຫວ່າງມໍ່ໆມານີ້.

ໃນການແຂ່ງຂັນຊີງລາງວັນໄວໜຸ່ມອາຊີ ປີ 2017, ຮວ່າງມິງຫຽວ ຄວ້າໄດ້ຫຼຽນເງິນ, ປີ 2018 ຄວ້າໄດ້ຫຼຽນທອງ, ປີ 2019 ຄວ້າໄດ້ຫຼຽນເງິນ. ນອກຈາກນັ້ນ, ຫຽວ ຍັງຄວ້າໄດ້ຫຼາຍຫຼຽນຂອງອາຊີຕາເວັນອອກສ່ຽງໃຕ້ໃນຊຸມປີແຕ່ 2015 – 2020 ອີກດ້ວຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ