ADB ໃຫ້ຂໍ້ສັງເກດວ່າເສດຖະກິດຫວຽດນາມ ຟື້ນຕົວໄວກວ່າທີ່ຄາດໄວ້
ກປ.ອອນໄລ - ວັນທີ 21 ກັນຍາ, ທະນາຄານພັດທະນາອາຊີ (ADB) ຈັດຕັ້ງກອງປະຊຸມຂ່າວປະກາດບົດລາຍງານແງ່ຫວັງພັດທະນາອາຊີອັບເດດໃນປີ 2022. ບົດລາຍງານໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ເຕີບໂຕດີໃນສະພາບພື້ນຖານເສດຖະກິດໂລກຍັງຂາດຄວາມໝັ້ນທ່ຽງ.
ທີ່ກອງປະຊຸມຂ່າວ, ທ່ານ Andrew Jeffries ຜູ້ອຳນວຍການ ADB ປະຈຳຫວຽດນາມ ໃຫ້ຮູ້ວ່າ ພື້ນຖານເສດຖະກິດຫວຽດນາມ ຟື້ນຕົວໄວກວ່າທີ່ຄາດໄວ້ໃນ 6 ເດືອນຕົ້ນປີ 2022 ແລະສືບຕໍ່ເຕີບໂຕໃນສະພາບທົ່ວໂລກຍັງມີສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດຟື້ນຟູຍ້ອນຮັບປະກັນຄວາມສົມດຸນເສດຖະກິດມະຫາພາກ, ນະໂຍບາຍເງິນຕາມີໄຫວພິບ ແລະການຟື້ນຕົວໄວກວ່າທີ່ຄາດໄວ້ຂອງຂະແໜງປຸງແຕ່ງ, ປະດິດສ້າງ, ການບໍລິການ ແລະການບໍລິໂພກພາຍໃນປະເທດ. ໃນບົດລາຍງານອັບເດດ, ADB ຍັງຮັກສາຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕ GDP 6,5% ໃນປີ 2022 ແລະສືບຕໍ່ເພີ່ມຂຶ້ນ 6,7% ໃນປີ 2023.
ໄພເງິນເຟີ້ເພີ່ມຂຶ້ນສູງຢູ່ອາເມລິກາ ແລະອີຢູ. ເຖິງຢ່າງໃດກໍ່ຕາມ ນະໂຍບາຍເງິນຕາລະມັດລະວັງຂອງຫວຽດນາມ ແລະການຄວບຄຸມລາຄາຢ່າງມີປະສິດທິຜົນ, ພິເສດແມ່ນສໍາລັບນໍ້າມັນ, ແອັດຊັງໄດ້ຊ່ວຍຈຳກັດໄພເງິນເຟີ້ໃນລະດັບ 3,8% ປີ 2022 ແລະ 4,0% ປີ 2023. ຕົວເລກດັ່ງກ່າວບໍ່ປ່ຽນແປງເມື່ອທຽບໃສ່ການຄາດຄະເນໂດຍ ADB ຍົກອອກໃນບົດລາຍງານແງ່ວັງພັດທະນາອາຊີ ເມື່ອເດືອນເມສາ 2022.
ເຖິງຢ່າງໃດກໍ່ຕາມ, ADB ກ່າວເຕືອນວ່າ ແງ່ວັງເສດຖະກິດຫວຽດນາມ ຈະສືບຕໍ່ປະເຊີນໜ້າກັບຄວາມສ່ຽງທີ່ນັບມື້ນັບສູງ. ການຊຸດໂຊມຂອງເສດຖະກິດທົ່ວໂລກ ອາດຈະສົ່ງຜົນສະທ້ອນເຖິງການເຄື່ອນໄຫວສົ່ງອອກຂອງຫວຽດນາມ. ການຂາດແຮງງານ ຈະສົ່ງຜົນກະທົບໃສ່ການຟື້ນຟູຢ່າງວ່ອງໄວຂອງບັນດາຂະແໜງບໍລິການ ແລະຜະລິດສິນຄ້າສົ່ງອອກທີ່ນໍາໃຊ້ແຮງງານຫຼາຍໃນປີ 2022. ການປ່ອຍເງິນລົງທຶນພາກລັດຢ່າງຊັກຊ້າ ກໍ່ພາໃຫ້ລະດັບເຕີບໂຕໃນປີນີ້ ແລະປີໜ້າຫຼຸດລົງ.
ໂດຍ: ໄຊນີດາ