ທ່ານ ເຈິ່ນເຝືອກແອັງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ກ່າວວ່າ ນະຄອນໂຮ່ຈີມິນ ໄດ້ສ້າງການພົວພັນມິດຕະພາບ, ການຮ່ວມມືກັບແຂວງຈໍາປາສັກ (ປີ 2001), ກັບນະຄອນຫຼວງວຽງຈັນ ຂອງລາວ (ປີ 2001) ແລະກັບນະຄອນຫຼວງພະນົມເປັນຂອງກໍາປູເຈຍ (ປີ 1999).

leftcenterrightdel
ລາຍການມີການເຂົ້າຮ່ວມຂອງຜູ້ແທນ 100 ກວ່າຄົນ ແມ່ນພະນັກງານ ແລະຊາວໜຸ່ມ, ນັກສຶກສາສາມປະເທດຫວຽດນາມ-ລາວ-ກໍາປູເຈຍ. ພາບ: baoquocte.vn

ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກໍ່ໄດ້ເຊັນບົດບັນທຶກຊ່ວຍຈໍາສະບັບຕ່າງໆ ກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະແຂວງອັດຕະປື ຂອງລາວ.

ສະຫະພັນຊາວໜຸ່ມຫວຽດນາມ ນະຄອນໂຮ່ຈີມິນ ກໍ່ໄດ້ເຊັນບົດບັນທຶກຊ່ວຍຈໍາກັບສະຫະພັນຊາວໜຸ່ມນະຄອນຫຼວງພະນົມເປັນ ຂອງກໍາປູເຈຍ.

ບົນພື້ນຖານນັ້ນ, ຊາວໜຸ່ມສາມປະເທດ ໄດ້ມີການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍປະຈໍາໄລຍະ. ທ່ານ ເຈິ່ນເຝືອກແອັງ ແບ່ງປັນວ່າ “...ນໍ້າໃຈສາມັກຄີແບບພິເສດນີ້ໄດ້ສືບທອດຜ່ານຫຼາຍລຸ້ນຄົນ, ໃນນັ້ນບັນດາເພື່ອນໜຸ່ມທີ່ເຂົ້າຮ່ວມລາຍການມື້ນີ້, ເຂົາເຈົ້າຈະແມ່ນບັນດາຜູ້ເຊື່ອມຕໍ່ ແລະຮັດແໜ້ນສາຍພົວພັນນີ້ກວ່າອີກ”.

ກ່າວຄໍາເຫັນກ່ຽວກັບຄວາມໝາຍຂອງລາຍການ, ທ່ານ ຫງວຽນດັງຄວາ ກໍາມະການຄະນະປະຈໍາການຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຖືວ່າ ຕາມການເວລາ, ສາຍພົວພັນລະຫວ່າງສາມປະເທດ ນັບມື້ນັບຂຽວສົດງົດງາມ, ໝັ້ນແກ່ນຍ້ອນໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາປະຕິວັດຂອງພັກ, ລັດ ແລະປະຊາຊົນສາມປະເທດ. 

ໂດຍ: ໄຊນີດາ