ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫງວຽນໂຮ່ຫາຍ ຮອງເລຂາພັກນະຄອນໂຮ່ຈີມິນ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບພວກນ້ອງເຍົາວະຊົນ ເກືອບ 200 ຄົນເຂົ້າຮ່ວມງານມະໂຫລານເຍົາວະຊົນຢູ່ນະຄອນໂຮ່ຈີມິນ. ຕາມທ່ານ ຫງວຽນໂຮ່ຫາຍ ແລ້ວ, ນໍ້າໃຈສາມັກຄີ, ສະໜິດຕິດພັນລະຫວ່າງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຍາມໃດກໍ່ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ກາຍເປັນມູນເຊື້ອອັນດີງາມ. ນໍ້າໃຈສາມັກຄີແບບພິເສດນີ້ໄດ້ສືບທອດຜ່ານຫຼາຍຮຸ່ນ, ໃນນັ້ນພວກນ້ອງເຍົາວະຊົນເຂົ້າຮ່ວມງານມະໂຫລານປີນີ້ຈະເປັນຜູ້ທີ່ສືບທອດ ແລະຮັດແໜ້ນຄວາມສະໜິດຕິດພັນນັ້ນກວ່າອີກ.

leftcenterrightdel
ຜູ້ແທນ ແລະພວກນ້ອງເຍົາວະຊົນພ້ອມກັນຂັບຮ້ອງບົດເພງເຊື່ອມຕໍ່ນ້ຳໃຈມິດຕະພາບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: tienphong.vn

ໃນຊຸມມື້ຜ່ານມາ, ຜູ້ແທນ, ພວກນ້ອງເຍົາວະຊົນເຂົ້າຮ່ວມງານມະໂຫລານໄດ້ມີໂອກາດຢ້ຽມຢາມ, ຊອກຮູ້ບັນດາເຂດປູຊະນີຍະສະຖານປະຫວັດສາດ, ກິດຈະກໍາສິລະປະສະຖາປັດຕະຍະກຳ, ບັນດາສະຖານທີ່ ແລະຈຸດວັດທະນະທໍາທີ່ເປັນເອກະລັກສະເພາະ, ເຫັນໄດ້ວ່ານະຄອນໂຮ່ຈີມິນ ພວມຟື້ນຟູເສດຖະກິດ-ສັງຄົມ ຫຼັງພະຍາດໂຄວິດ-19 ຢ່າງແຮງ.

ເນື່ອງໃນໂອກາດນີ້, ການນໍານະຄອນໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ພວກນ້ອງເຍົາວະຊົນເພື່ອເປັນກໍາລັງໃຈໃຫ້ແກ່ການສູ້ຊົນ, ຄວາມມານະພະຍາຍາມ ແລະຜົນງານການຮໍ່າຮຽນທີ່ດີໃນຕະຫຼອດໄລຍະຜ່ານມາຂອງພວກນ້ອງເຍົາວະຊົນ.

ໂດຍ: ຈາງຫງວຽນ